ລາວ ອາຈຄ້າງໜີ້ຕ່າງປະເທດ ໃນປີນີ້

ສປປລາວ ຈະປະເຊີນກັບ ເຫດວິກິດ ໃນການຈ່າຍຫນີ້ ຕ່າງປະເທດ ຢ່າງໃຫຍ່ ໃນປີນີ້.

ທໍານຽບ ປະທານປະເທດ ສປປ ລາວ Citizen Journalist

ສະຖາບັນວິຈັຍຄົ້ນຄວ້າ ທາງດ້ານການເງິນນານາຊາດ  FITCH ໄດ້ຄາດຄະເນ ເສຖກິດຮ່ວມຍອດຫລື GDP ຂອງສປປລາວ ໃນປີນີ້ວ່າ ຈະຫລຸດຊ້າລົງເຖິງ 0.5% ຈາກ 5.5% ທີ່ຄາດໄວ້ໃນປີ 2019.

ເຖິງແມ່ນວ່າ ສປປລາວ ຈະເປີດປະເທດຫລຸດຜ່ອນມາຕການ ຕ້ານໄວຣັສໂຄວິດ-19 ໃນຕົ້ນເດືອນພຶສພາ ກໍຕາມ ແຕ່ ຂໍ້ກຳນົດການປິດ ດ່ານເຂົ້າ-ອອກຍັງຖືກບັງຄັບໃຊ້ ຈະສົ່ງຜົລກະທົບ ຕໍ່່ຣາຍໄດ້ຈາກການ ສົ່ງອອກສິນຄ້າ ແລະທຸຣະກິດການທ່ອງທ່ຽວ ຊຶ່ງເປັນຣາຍໄດ້ ຫລັກຂອງ ສປປລາວ.

ຣາຍງານວ່າ ຣາຍໄດ້ຈາກໂຄງການໄຟຟ້າ ແລະ ການຂຸດຄົ້ນແຮ່ທາດ ກໍໄດ້ຮັບຜົລກະທົບ ຫຼາຍເຊັ່ນກັນ ຊື່ງໜີ້ສາທາຣະນະ ທີ່ຣັຖບານ ລາວ ຈະຕ້ອງໄດ້ຈ່າຍໃນທ້າຍປີນີ້ ປະມານ 900 ລ້ານໂດລາ ຣັຖບານລາວ ອາດບໍ່ມີງົບປະມານພຽງພໍ ໃນການຈ່າຍຫນີ້ດັ່ງກ່າວໄດ້ ຊຶ່ງຫນີ້ສ່ວນໃຫຍ່ ແມ່ນຕິດຈີນ.

ສະພາບການຕິດຫນີ້ສູງ ໃນຂນະທີ່ຣັຖບານລາວ ມີເງິນສຳຮອງພຽງແຕ່ 1 ຕື້ໂດລາ ຈະສົ່ງຜົລກະທົບຕໍ່ເສຖກິດລາວ ຣາຍໃຫຍ່ ໃນປີນີ້ ແລະ ສປປລາວ ອາດຈະບໍ່ມີເງິິນພຽງພໍ ໃຈການຈ່າຍຫນີ້.

ສປປລາວ ຕິດໜີ້ຕ່່າງປະເທດ ຢ່າງຫຼວງຫຼາຍ ໃນປັດຈຸບັນຄາດວ່າປະມານ 70% ຂອງຍອດຜົລຜລິດຮ່ວມ ຫຼື GDP ຂອງຣັຖບານລາວ ແຕ່ລະປີ ຕ້ອງໄດ້ໃຊ້ຫນີ້ຕ່າງປະເທດ ຫຼາຍກວ່າຣາຍໄດ້ຂອງ ຣັຖບານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org