ທາງຣົດໄຟລາວ-ຈີນ ຍັງຄ້າງ ຄ່າຊົດເຊີຍ
ໂຄງການ ທາງຣົດໄຟ ລາວ-ຈີນ ຍັງບໍ່ມີເງິນ ມາຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ໃນສ່ວນທີ່ເຫຼືອ ໃນຂນະທີ່ ຣັຖບານ ກໍມີແຜນ ຈະເອົາງົບປະມານ ປະຈຳປີ ແລະ ຂາຍ ພັນທະບັດ ເພື່ອຈ່າຍ ຄ່າຊົດເຊີຍ ສ່ວນທີເຫຼືອ.
-
ອຸ່ນແກ້ວ ສຸກສະຫວັນ
2020-07-20 -
-
-
Your browser doesn’t support HTML5 audio
ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງບໍ່ສາມາດຈ່າຍເງິນຄ່າຄົດເຊີຍ ສ່ວນທີ່ເຫຼືອ ໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຍ້ອນວ່າ ໂຄງການຍັງຂາດງົບປະມານ ແລະ ຕ້ອງລໍຖ້າການ ສນອງງົບປະມານຈາກຣັຖບານ. ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:
"ສະເພາະແລວທາງ ຢູ່ເສັ້ນແດງທາງຣົດໄຟ ແມ່ນເວນຄືນແລ້ວ ເຮົາໄດ້ແຈ້ງໃຫ້ບໍຣິສັດ ຈັດຕັ້ງປະຕິບັດແລ້ວ ການເວນຄືນຍັງບໍ່ທັນໝົດ ລໍຖ້າການສນອງງົບ ຂອງຣັຖບານເຮົາເນາະ."
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ, ມູນຄ່າຊົດເຊີຍທັງໝົດ 2,492 ຕື້ກີບ, ຊຶ່ງໃນຈຳນວນດັ່ງກ່າວຣັຖບານ ໄດ້ຈ່າຍໄປແລ້ວ ປະມານ 1,136 ຕື້. ສຳລັບເງິນ ທີ່ຍັງຄ້າງຈ່າຍຄ່າຊົດເຊີຍ ຈຳນວນ 1,356 ຕື້ກີບ, ຣັຖບານມີແຜນ ຈະເອົາມາຈາກ ງົບປະມານ ປະຈຳປີ 2020 ຈຳນວນ 400 ຕື້ກີບ ແລະ ຂາຍພັນທະບັດ 956 ຕື້ກີບ.
ກ່ອນໜ້ານີ້ກໍມີຂ່າວວ່າ ຣັຖບານລາວ ມີແຜນຈະຂາຍພັນທະບັດ ເປັນສະກຸນເງິນໂດລາ ຢູ່ຕລາດສາກົນ. ສຳນັກຂ່າວ Nikkei ຂອງຍີ່ປຸ່ນ ໄດ້ຣາຍງານ ໃນວັນທີ 1 ມິຖຸນາ ໂດຍອ້າງ ແຫຼ່ງຂ່າວ ຜູ້ຄຸ້ນເຄີຍກັບຣະບົບທະນາຄານ ໃນລາວ ວ່າ:
"ຕ້ອງຖ້າເບິ່ງຈຸດຢືນ [ຂອງຣັຖບານລາວ] ກ່ອນທີ່ຈະມີການຂາຍພັນທະບັດ ຊຶ່ງ ທະນະຄານແຫ່ງ ສປປ ລາວ ຍັງຈະມີການຢືນຢັນຢ່າງ ຄັກແນ່ວ່າ ຈະຂາຍພັນທະບັດ ໃນປີນີ້ ຫລືບໍ່. "
ການຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກທາງຣົດໄຟ ລາວ-ຈີນ ຕ້ອງຢຸດສະງັກໄປ ຍ້ອນວ່າ ຍັງບໍ່ມີເງິນຮ່ວງ ດັ່ງກ່າວ ເພື່ອມາຈ່າຍໃຫ້ແກ່ປະຊາຊົນ. ປະຊາຊົນ ຈຳນວນນຶ່ງກໍໄດ້ຮັບຄ່າຊົດໄປແຕ່ລະງວດ, ຣັຖບານໄດ້ຈ່າຍໃຫ້ເຂົາເຈົ້າ ງວດທີນຶ່ງ ແຕ່ຍັງບໍ່ທັນໄດ້ຈ່າຍງວດຕໍ່ມາ. ປະຊາຊົນເມືອງງາ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ບໍ່ໄດ້ ບໍ່ໄດ້ເທື່ອ ບໍ່ໄດ້ ເຂດລາດຫານ ເມືອງງາ ແຂວງອຸດົມໄຊ ບໍ່ຮູ້ວ່າຊິໄດ້ແນວໃດ ກະບໍ່ຮູ້ ຖືກຫລາຍໂອ້ ຈຳບໍ່ໄດ້ ໄດ້ໄປແລ້ວ ຍັງຊຸດສອງ ວ່າເດ້ ໄດ້ແຕ່ຊຸດນຶ່ງແລ້ວ ບ່ອນທີ່ຂະເຈົ້າ ຖືກເສົາ ກັບບ່ອນທີ່ ເຂົາເຈົ້າສ້າງແຄ້ມຢູ່."
ການຈ່າຍຄ່າຊົດເຊີຍໃຫ້ແກ່ ປຊະຊາຊົນ ບໍ່ເໝາະສົມ ແລະ ເຂົາເຈົ້າບໍ່ສາມາດໄປຊື້ທີ່ດິນ ຢູ່ບ່ອນໃໝ່ ໃນລາຄາທີ່ໂຄງການລົດໄຟ ຊົດເຊີຍໃຫ້. ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກ ທາງຣົດໄຟ ລາວ-ຈິນ ຢູ່ເຂດນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽ ເສຣີວ່າ,
"ລາຄາຫ້ວຍ ມັນກະຢາກຕ່ຳຫັ້ນແຫລະ ຂັ້ນທຽບໃສ່ນະ ເພາະວ່າ ດຽວນີ້ ເຂົາກະຂາຍກັນແມັດກາເລ້ ລະ 700 – 800 ບາດ ລະໃດ, ແຕ່ວ່າເພິ່ນໃຫ້ເຮົາແຕ່ 100,000 ປາຍ ກີບ ມັນກະໄດ້ແຕ່ 300 ປາຍ ບາດ."
ປະຊາຊົນບໍ່ຢາກເອົາຄ່າຊົດເຊີຍ, ແຕ່ສຸດທ້າຍເຂົາເຈົ້າຈຳເປັນຕ້ອງໄດ້ເອົາ. ປະຊາຊົນ ທ່ານ ນີ້ ກ່າວຕື່ມອີກວ່າ:
"ຂະເຈົ້າກະເວົ້າຫຍັງບໍ່ໄດ້ໄດ໋ ຂະເຈົ້າກະໄດ້ຢູ່ ແລະ ກະເວົ້າບໍ່ໄດ້ ເຮົາເອົາເງິນນຳເພິ່ນລະເດ້ ຊ້ວງນັ້ນເຮົາກະຢາກໄດ້ຫລາຍແຫລະ ກະລົມກັນຢູ່ ຢາກໄດ້ນຳ 150,000 – 200,000 ກີບ ແຕ່ເພິ່ນໄລ່ໃຫ້ຊ່ຳນີ້ ມີແຕ່ວ່າ ຈຳເປັນກະໄດ້ເອົາ ດີກ່ອນບໍ່ໄດ້ຫັ້ນນ່າ."
ການຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ຂຶ້ນກັບທີ່ຕັ້ງຂອງດິນ ເຊັ່ນວ່າ ທີ່ດິນໃກ້ແຄມ ທາງມີລາຄາສູງກ່ວາ ທີ່ດິນຢູ່ໄກຈາກ ເສັ້ນທາງ. ປະຊາຊົນຊາວນະຄອນຫລວງ ທ່ານນີ້ ກ່າວຕື່ມອີກວ່າ:
"ຂອງເຮົາມັນຖືກຢູ່ ເຂົາໃຫ້ແມັດກາເລ ນຶ່ງ 107,000 ກີບ ມັນຖືກທາງໃຫຍ່ ແລະ ຂອງເຂົາຢູ່ໃນ ເຂົາໃຫ້ແມັດກາເລ 49,000 ກີບ."
ສຳລັບຢູ່ແຂວງວຽງຈັນ ຢູ່ບາງຈຸດຍັງບໍ່ສາມາດຕົກລົງ ເລື່ອງຄ່າຊົດເຊີຍ ກັນໄດ້ ຍ້ອນວ່າ ເຈົ້າຂອງທີ່ດິນ ກັບເຈົ້າໜ້າທີ່ ກຳລັງຕໍ່ລອງຄ່າ ທີ່ດິນກັນຢູ່. ເຈົ້າໜ້າທີ່ ຫ້ອງການແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ມັນເວົ້າເລື້ອງໄກ່ເກັ່ຽທີ່ດິນ ອັນໜ້າເນື່ອງຈາກວ່າ ຜົນກະທົບຂອງເຂົາເຈົ້າແມ່ນ ອັນເວລາປັບປ່ຽນໄປ ຕາດິນຫັ້ນນ່າ ດິນຈາກດິນຄັງດິນນາ ແຈ້ງເປັນດິນຄັງ ດິນນາ ລະເວລາມີ ຜົນກະທົບ ລະເຂົາແຈ້ງເປັນດິນປຸກສ້າງ ເຮັດໃຫ້ຫົວໜ່ວຍລາຄາ ການຊົດເຊີຍ ລະມີການຜິດດ່ຽງ ຍັງໄກ່ເກັ່ຍບໍ່ທັນສຳເຣັດ ກະຈຳນວນໜ້ອຍຄອບຄົວ ນີ້ລະ ແຕ່ວ່າ ກະຊິໃຫ້ສຳເຣັດ ພາຍໃນເດືອນນີ້ ນິລະ ທາງຄະນະກຳມະການເພິ່ນ ລົງກວດຕື່ມ."
ເຈົ້າໜ້າທີ່ແຂວງວຽງຈັນ ທ່ານ ນີ້ ກ່າວຕື່ມອີກວ່າ ໂຄງການໄດ້ລົງໄກ່ເກັ່ຍກັບ ປະຊາຊົນ ເພື່ອໃຫ້ບໍ່ປະຊາຊົນ ອັປໂຍດ:
"ຫລາຍຄອບຄົວຢູ່ໃດ ຫາກແຕ່ວ່າ ຄອບຄົວ ກະໄດ້ຊົດເຊີຍໝົດລະ ໂດຍພື້ນຖານ ໃກ້ຊິສຳເຣັດລະ ຄົ້ນຄ້ວາ ເພື່ອຊົດເຊີຍ ມັນກະເປັນ ໂຄງການ ບຸຣິມະສິດ ຂອງຣັຖບານ ໄທເຮົາກະ ພັກ-ຣັດ ພວກເຮົາໄດ້ເອົາໃຈໃສ່ ເພື່ອລົງໄກ່ເກັ່ຍ ເພື່ອສົບທົບກັບ ບໍຣິສັດຫັ້ນຕ້ອງໄກ່ເກັ່ຍ ກັບພໍ່ແມ່ ປະຊາຊົນຫັ້ນ ເພື່ອບໍ່ໃຫ້ ປະຊາຊົນອັປໂຍດ ຫັ້ນນ່າ ເວົ້າເລື່ອງນີ້."
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຣັຖ ກໍອ້າງວ່າ ປະຊາຊົນພໍໃຈກັບຄ່າຊົດເຊີຍ ເພາະວ່າ ເຂົາເຈົ້າຈະເອົາໄປປຸກເຮືອນງາມ ກວ່າເກົ່າ. ເຈົ້າໜ້າທີ່ທາງການລາວ ກ່າວວ່າ:
"ມັນຖືກຕ້ອງກັບຄວາມຈິງເຂົາເຈົ້າວ່າຊັ້ນລະ ຜູ້ທີ່ໄດ້ຮັບຄ່າຊົດເຊີຍ ກະໄດ້ເຮືອນໃໝ່ລະ ໄດ້ເຮືອນງາມກ່ອນເກົ່າ ຫລາຍຄົນຢູ່ ເຂົາເຈົ້າພໍໃຈ ຕາມລາຄາທີ່ເຮົາໄລ່ໃຫ້ ເພາະວ່າ ເຂົາເຈົ້າ ພໍໃຈຍ້ອນວ່າ ເຖິງບໍ່ທັນໄດ້ເງິນ ເຂົາເຈົ້າຮູ້ວ່າ ຈຳນວນນຶ່ງໄດ້ແລ້ວ ຍົກຕົວຢ່າງໄດ້ມອບດິນ ໃຫ້ແລ້ວ ເຂົາເຈົ້າກະຊິໄດ້ ຕາມທີ່ເຮົາຄິດໄລ່ໄວ້ໃຫ້."
ແຕ່ປະຊົນຫລາຍຄົນ ທີ່ເອເຊັຽເສຣີ ເຄີຍໄດ້ສຳພາດມາ ກໍເວົ້າວ່າ:
"ຄ່າຊົດເຊີຍລາຄາຕ່ຳກວ່າທ້ອງຕລາດ - ຢູ່ເຂດເມືອງຫີນເຫີບ ແຂວງວຽງຈັນ ຣັຖບານຈ່າຍຄ່າຊົດເຊີຍທີ່ດິນ ແລະ ເຮືອນ ໃນລາຄາ 100 ປາຍລ້ານ ກີບ ແຕ່ ປະຊາຊົນ ທີ່ໄປຊື້ດິນ ແລະ ປຸກເຮືອນໃໝ່ ຕ້ອງໃຊ້ເງິນເກືອບ 200 ລ້ານກີບ, ແລະ ປະຊາຊົນຢູ່ເຂດອື່ນ ທີ່ໄດ້ຮັບ ຜົນກະທົບ ກໍເວົ້າວ່າ ຄ່າຊົດເຊີຍຕໍ່າລາຄາຕົວຈິງ."
ໂຄງການຣົດໄຟລາວ-ຈີນ ມີມູນຄ່າປະມານ 6 ຕື້ໂດລາ, ມີຄວາມຍາວ 409 ກິໂລແມັດ ເລີ່ມຕັດຜ່ານ ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ. ໂຄງການດັ່ງກ່າວສົ່ງຜົນກະທົບຕໍ່ປະຊາຊົນຈຳນວນ 4400 ຄອບຄົວ.
ເຈົ້າຂອງໂຄງການທາງຣົດໄຟລາວ-ຈີນ ຊີ້ແຈງວ່າຈະສ້າງວຽກເຮັດງານທຳໃຫ້ປະຊາຊົນ. ມີຄົນລາວໄດ້ເຮັດວຽກຢູ່ໃນ ໂຄງການທາງຣົດໄຟ ຫຼາຍ 1,000 ຄົນ.
ແຕ່ນັກຊ່ຽວຕ່າງປະເທດ ແລະ ສະຖາບັນການເງິນສາກົນ ໄດ້ອອກມາເຕືອນວ່າ ປະເທດລາວ ຈະຕົກເປັນເປັນທີ່ໜີ້ຫຼາຍ ຍ້ອນວ່າ ມູນຄ່າໜີ້ສິນ ຂອງປະເທດ ຈະເກີນ 70 % ຂອງລວມຍອດ ຜລິຕພັນ ພາຍໃນ ຫລື GDP ອີຕງາມການຣາຍ ຂອງເວັບໄຊ ຂອງ ASEAN Today ໃນວັນທີ 30 ມິຖຸນາ.