ພາກເໜືອເຂັ້ມງວດ ຕ່າງປະເທດ ລັກເຂົ້າມາລາວ

ທາງການແຂວງພາກເໜືອ ເພີ່ມການກວດກາ ສະກັດກັ້ນ ການລັກລອບເຂົ້າລາວ ແບບຜິດກົດໝາຍ ຂອງຄົນຕ່າງປະເທດ, ໂດຍສະເພາະແມ່ນຄົນຈີນ ທີ່ລັກເຂົ້າມາລາວ ຜ່ານຊ່ອງທາງທັມຊາດ ແລະ ບໍ່ຢາກກັກໂຕ 14 ມື້

​ໂຮງ​ແຮມຫຼູຫຼາຫຼັງ​ໃໝ່ ຂອງ​ນັກ​ລົງ​ທຶນ​ຈີນ ທີ່​ພວມກໍ່​ສ້າງ ໃກ້​ຈະ​ສຳ​ເຣັ​ຈ ໃນ​ຂອບເຂດ ບ່ອນຫຼິ້ນ ​ການ​ພະ​ນັ​ນ King Romans ທີ່​ເຂດ​ ເສ​ຖ​ກິ​ຈ​ພິ​ເສດ ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ (ຮູບ​ຖ່າຍ​ເມື່ອ: ເດືອນ​ທັນ​ວາ 2019) ນັກ​ຂ່າວ​ພົ​ລ​ເມືອງ

ທາງການ ແຂວງພາກເໜືອ ເພີ່ມການກວດກາ ສະກັດກັ້ນ ການລັກເຂົ້າມາລາວ ແບບຜິດກົດໝາຍ ຂອງຄົນຕ່າງປະເທດ, ໂດຍສະເພາະຄົນຈີນ ຍັງພົບວ່າ ມີການລັກເຂົ້າມາ ເປັນຈໍານວນຫຼາຍ ເປັນຕົ້ນ ຢູ່ແຂວງຫຼວງນໍ້າທາ, ເຊິ່ງເປັນແຂວງ ທີ່ມີຊາຍແດນ ຕິດກັບປະເທດຈີນ. ໃນໄລຍະ ເດືອນກໍຣະກະດາ ຜ່ານມາ ພົບວ່າ ຄົນຈີນ ລັກເຂົ້າມາລາວ ເກືອບ 300 ຄົນ, ໂດຍຍ່າງຜ່ານທາງລັດ ເຂົ້າມາ ເມື່ອມາຮອດ ຈຸດໝາຍແລ້ວ ກໍຈະໂທໃຫ້ຄົນມາຮັບ ເພື່ອຈະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ແຂວງບໍ່ແກ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສະເພາະກິຈ ແຂວງຫຼວງນໍ້າທາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ ນີ້:

“ຢູ່ໃນເດືອນ 7 ນີ້ ມີ ມີຄົນຈີນລັກແບບນີ້ ປະມານເກືອບ 300 ຜູ້ທີ່ບໍ່ມີພາສປອດ ເຂົາຊິໄປຄາຊິໂນ ບໍ່ແກ້ວ ເຂົາມາແບບທາງນ້ອຍ ບໍ່ຜ່ານດ່ານ ທາງຍ່າງເຂົ້າມາ. ມາຮອດຫຼວງນໍ້າທາ ແລະ ເຂົາເຈົ້າຈະນັດ ຈຸດໄປຮັບເອົາ ແລະ ໄປສົ່ງຢູ່ບໍ່ແກ້ວ.”

ທ່ານເວົ້າວ່າ ສ່ວນນຶ່ງ ກໍພົບວ່າ ມີນາຍໜ້າ ທັງຄົນຈີນ ແລະ ຄົນລາວ ພາຄົນງານດັ່ງກ່າວ ເຂົ້າມາ, ແຕ່ລະເທື່ອ ທີ່ພາເວົ້າມານັ້ນ ກໍບໍ່ໄດ້ໜ້ອຍ ບາງເທື່ອລັກເຂົ້າມາ ປະມານ 20-50 ຄົນ ກໍມີ ແລະ ກໍຖືກເຈົ້າໜ້າທີ່ ຈັບໄດ້ ແລະ ສາເຫດທີ່ຄົນຈີນ ລັກເຂົ້າມາຫຼາຍນັ້ນ ຍ້ອນວ່າ ດ່ານສາກົລ ຍັງປິດຢູ່, ສອງມາ ພວກເຂົາເຈົ້າ ກໍບໍ່ຢາກຖືກກັກໂຕ 14 ມື້:

“ກໍບໍ່ໜ້ອຍເດ້ ບາງເທື່ອເຂົ້າມາ 20, 30, 50 ຄົນ ຊີ້ເດ ຮູ້ທາງລັດ ຍ່າງເຂົ້າມາ ອາຈຊິແມ່ນ ຍ້ອນປິດດ່ານ. ອີກສາເຫດ ອັນທີ 2 ເຂົາເຈົ້າ ແບບວ່າ ບໍ່ຢາກຖືກກັກໂຕ ເສັຽເວລາ, ຫັ້ນນ່າ. ແບບວ່າ ລັກລອບໄປໄດ້ ມັນຮອດເລີຍ ແລ້ວກະເຂົາຄິດວ່າ ໄທເຮົາ ບໍ່ກວດກາຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຄົນຈີນ ທີ່ຈັບໄດ້ ໃນແຕ່ລະຄັ້ງ ເຈົ້າໜ້າທີ່ ກໍໄດ້ກວດຫະພູມ ກວດເບິ່ງເຊື້ອໄວຣັສໂຄວິດ-19 ຖ້າບໍ່ມີຜູ້ຕິດເຊື້ອ ກໍສົ່ງກັບຄືນປະເທດທັນທີ.

ຂະນະທີ່ ຢູ່ແຂວງບໍ່ແກ້ວ ຫວ່າງເດືອນກໍຣະກະດາ ຜ່ານມານີ້ ກໍມີຄົນຈີນ ປະມານ 38 ຄົນ ເຂົ້າມາ ແບບບໍ່ມີ ເອກະສານຖືກຕ້ອງ, ໂດຍລັກລອບເຂົ້າມາ ນໍາເຮືອສົ່ງສິນຄ້າ ເພື່ອທີ່ຈະມາເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແລະ ຄົນທີ່ພາເຂົ້າມາ ກໍໄດ້ເງິນຈ້າງ ຄົນລະປະມານ 2 ລ້ານກີບ. ຫຼັາສຸດ, ໃນວັນທີ 1 ສິງຫາ 2020 ນີ້ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ນໍາສົ່ງຄົນຈີນ ຈໍານວນດັ່ງກ່າວ ກັບຄືນປະເທດແລ້ວ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ແຂວງນີ້ ກ່າວວ່າ:

“ຫວ່າງເດືອນ 7 ນີ້, ຈີນກໍຍັງລັກລອບ ເຂົ້າມາຢູ່ເນາະ ເຂົາລັກເຂົ້າມາ ເຮືອໃຫຍ່ ເຮືອສິນຄ້າ ຈອດອອກພຸ້ນ ອອກພີ້ ແບບວ່າ ເຂົາຈ້າງເນາະ. ຄົນເອົາເຂົ້າມາ ເຂົາກະໄດ້ເງິນເນາະ ເຂົາກະວ່າ ເປັນເງິນຢວນເນາະ ຄົນນຶ່ງບໍ່ຕໍ່າກວ່າ 2 ພັນ ຄິດເປັນເງິນກີບ ກໍປະມານ 2 ລ້ານປາຍ 3 ລ້ານ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຈະມີເຈົ້າໜ້າທີ່ ກວດກາເຂັ້ມງວດ ຫຼາຍຂຶ້ນກໍຕາມ ແຕ່ກໍຍັງມີ ຜູ້ລັກລອບ ເຂົ້າມາລາວ ຢ່າງຕໍ່ເນື່ອງ ເຊິ່ງບໍ່ມີແຕ່ຄົນຈີນ ເທົ່ານັ້ນ ຍັງມີຄົນພະມ້າ ທີ່ລັກເຂົ້າມາ ເຮັດວຽກກໍ່ສ້າງ ຢູ່ເຂດເສດຖິຈພິເສດ ສາມຫຼ່ຽມຄໍາ ໃນເດືອນພຶສພາ ນັ້ນ ມີ 30 ຄົນ:

“ອັນສົ່ງກັບຄືນແລ້ວ ກໍມີຫຼາຍໂອ່ 30 ຄົນ ລັກລອບເຂົ້າມາ ເຂົາເຈົ້າບໍ່ມີບັດ, ບໍ່ມີໃບ ເຂົ້າມາ ແບບບໍ່ຖືກຕ້ອງ ແບບເຈົ້າໜ້າທີ່ ເຂົາເຈົ້າກວດພົບເຫັນ ກະສົ່ງກັບ ເຂດເສຖກິຈເຂົາ ຄາຊິໂນນີ້ ມັນມີບ້ານຢູ່ຫັ້ນເດ້ ບ້ານພະມ້າ ເປັນກັມມະກອນ ກໍ່ສ້າງສ່ວນຫຼາຍ.”

ຫວ່າງເດືອນມິຖຸນາ ຜ່ານມາ ແຂວງບໍ່ແກ້ວ ໄດ້ສົ່ງຄົນງານພະມ້າ ຈໍານວນ 184 ຄົນ ກັບຄືນປະເທດ ຍ້ອນບໍ່ມີ ເອກະສານຖືກຕ້ອງ, ເຊິ່ງເປັນຄົນງານ ທີ່ຢູ່ໃນເຂດ ເສຖກິຈພິເສດ ສາມຫຼ່ຽມຄໍາທັງໝົດ. ນອກຈາກນີ້, ກໍຍັງພົບ ຄົນວຽດນາມ ເຂົ້າມາ ແບບຜິດກົດໝາຍ ເພື່ອປະກອບອາຊີພ ຢູ່ລາວ ຕົວຢ່າງ ຢູ່ແຂວງບໍຣິຄໍາໄຊ ຄົນວຽດນາມ ຈໍານວນນຶ່ງ ມາຍາດແຍ່ງອາຊີພ ຂອງຄົນລາວ ເຊັ່ນ: ຄ້າຂາຍ, ຕັດຜົມ-ເສີມສວຍ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:

“ເຂົາມາລັກ ປະກອບອາຊີພຫັ້ນ ກະໄດ້ຜັກດັນ ກັບຄືນໝົດເນາະ ເຮົາກໍບໍ່ໄດ້ປັບໄໝ ເພາະດຽວນີ້ ເຮົາຜັກດັນອອກໝົດ. ບໍ່ໃຫ້ມີແລ້ວເນາະ ເພາະເຮົາບໍ່ໃຫ້ ມາປະກອບອາຊີພ,ຫັ້ນນ່າ.”

ໃນວັນທີ 20 ກໍຣະກະດາ ຜ່ານມານີ້, ຢູ່ແຂວງຜົ້ງສາລີ ກໍໄດ້ສົ່ງຄົນຈີນ ຈໍານວນ 34 ຄົນ ກັບຄືນປະເທດ ຍ້ອນເຂົ້າມາລາວ ແບບບໍ່ຖືກຕ້ອງ ຕາມກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org