ສະພາການຄ້າຊາວມົ້ງໃນ ຣັດ ວິສຄອນຊິນ
ບໍຣິສັດ ພັທນາ ເສຖກິດ Wisconsin WEDC ໃນ ສະຫະຣັຖ ອະເມຣິກາ ໃຫ້ການ ຊ່ວຍເຫລືອ ແກ່ ສະພາ ການຄ້າ ຊາວມົ້ງ ຣັດ ວິສຄອນຊິນ 100 ພັນໂດລາ.
-
ມະນີຈັນ
2014-05-12 -
-
-
Your browser doesn’t support HTML5 audio
ບໍຣິສັດ ພັທນາ ເສຖກິດ Wisconsin WEDC ໃນ ສະຫະຣັຖ ອະເມຣິກາ ໃຫ້ເງິນ ຊ່ວຍເຫລືອ ແກ່ ສະພາ ການຄ້າ ຊາວມົ້ງ ວິສຄອນຊິນ 100 ພັນ ໂດລາ ໃນ ໂຄງການ ກອງທຶນ ກູ້ຢືມ ໝຸນວຽນ ທົ່ວ ຣັຖ ວິສຄັນຊິນ. ຕາມ ຣາຍງານ ຂ່າວ ຈາກ ເມືອງ Madison ເມື່ອ ວັນທີ 9 ພຶສພາ 2014 ໂດຍ ອ້າງອີງໃສ່ ຖແລງການ ຂອງ ບໍຣິສັດ ພັທນາ ເສຖກິດ ຣັຖ Wisconsin.
ເງິນ ຊ່ວຍເຫລືອ ລ້ານັ້ນ ຈະຖືກ ນໍາໃຊ້ ເພື່ອຊ່ວຍ ໃຫ້ໂຄງການ ກອງທຶນ ໝຸນວຽນ ຂອງ ສະພາການຄ້າ ຊາວມົ້ງ ວິສຄອນຊິນ ຊຶ່ງ ໃຫ້ເງິນ ກູ້ຢືມ ແຕ່ 5 ພັນ ໂດລາ ຫາ 25 ພັນ ໂດລາ ສໍາລັບ ທຸຣະກິດ ທີ່ ຊາວມົ້ງ ແລະ ຊາວ ເອເຊັຽ ເປັນ ເຈົ້າຂອງ ທີ່ ຕ້ອງການ ທຶນ ເພື່ອເລີ້ມ ຫລື ຂຍາຍ ໂຄງການ ຕ່າງໆ ໃຫ້ ມີຄວາມ ໝັ້ນຄົງ ຂຶ້ນຕື່ມ. ມາຮອດ ປັຈຈຸບັນ ກອງທຶນ ນັ້ນ ໄດ້ຊ່ວຍ ໃຫ້ເງິນກູ້ ຢືມ ເພື່ອ ເຮັດການ ທຸຣະກິດ ຕ່າງໆ ມາແລ້ວ ຫລາຍກວ່າ 4 ແສນ ໂດລາ ໃນ ທົ່ວ ຣັຖ ວິສຄອນຊິນ.
ທ່ານ Charles Vang ຜູ້ ອໍານວຍການ ຝ່າຍ ບໍຣິຫານ ສະພາ ການຄ້າ ມົ້ງ ວິສຄອນຊິນ ກ່າວວ່າ ວິທີການ ທີ່ ມີ ປະສິດທິພາບ ຫລາຍ ທີ່ສຸດ ໃນການ ປັບປຸງ ການເຂົ້າ ເຖິງທຶນ ໃນ ຊຸມຊົນ ຄືໃຫ້ ສິດອໍານາດ ແກ່ ອົງການ ຈັດຕັ້ງ ທີ່ຮູ້ ປະຊາຊົນ ຂອງຕົນ ແລະ ເຂົ້າໃຈ ບັນຫາ ທີ່ ທ້າທາຍ ເພື່ອໃຫ້ ການ ບໍຣິການ ແກ່ພວກ ເຂົາເຈົ້າ.