ແມ່ນຫຍັງ ເກີດຂຶ້ນ ກັບຂວັນຕ່າງໆ ໃນອະວັຍວະ ພາຍຫລັງ ມະນຸດ ຕາຍໄປແລ້ວ: ຕອນທີ່ ໑໔

ຫລັງຈາກມະນຸດ ເຈົ້າຂອງຮ່າງກາຍ ຕາຍໄປແລ້ວ ແມ່ນຫຍັງ ເກີດຂຶ້ນ ກັບຂວັນຕ່າງໆ ທີ່ເຄີຍຢູ່ໃນອະວັຍວະ ຂອງຜູ້ຕາຍ.

ລຸງພົດ ຜູ້ນຳພິທີກັມ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ.

ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດ​ນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາ​ປ່າ​ໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.

ໃນສັປດານີ້, ວຽງໄຊ ຈະສເນີ ຈະ​ເລົ່າ​ເຣື່ອງ​ຂວັນ ໃຫ້​ຟັງ​ຕໍ່ ຈາກ​​ອາ​ທິດ​ ທີ່​ແລ້ວ ວ່າ​ຫລັງ​ຈາກ​ມະ​ນຸດ ເຈົ້າ​ຂອງ​ຮ່າງ​ກາຍ ຕາຍ​ໄປ​ແລ້ວ ແມ່ນ​ຫ​ຍັງ ເກີດ​ຂຶ້ນ ກັບ​ຂວັນ​ຕ່າງໆ ທີ່​ເຄີຍ​ຢູ່​ໃນ​ອະ​ວັຍ​ວະ ຂອງ​ຜູ້​ຕາຍ. ເຊີນທ່ານຮັບຟັງ ຕອນ​ທີ່ ໑໔ ໄດ້​ເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org