ການຊ່ອຍເຫລືອ ທີ່ບັນພະບຸຣຸດ ຂອງຊາວໄທດຳ ໄດ້ຮັບ ຈາກພຍາແຖນ: ຕອນທີ່ ໙

ລຸງພົດ ຜູ້ນຳພິທີກັມ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ.
ລຸງພົດ ຜູ້ນຳພິທີກັມ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ. (Photo: RFA)

0:00 / 0:00

ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດ​ນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາ​ປ່າ​ໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.

ໃນສັປດານີ້, ວຽງໄຊ ຈະກ່າວ​ເຖິງ ຄວາມ​ສຳ​ຄັນ ຂອງ​ການ​ຖື​ຜີ ໃນ​ຊີ​ວິ​ຕ ຂອງ​ຄົນ​ໄທ​ດຳ ຕື່ມ​ອີກ. ເຊີນທ່ານຮັບຟັງ ຕອນ​ທີ່ ໙ ໄດ້​ເລີຍ.