ພິທີເກັບກະດູກ ຂອງຊາວໄທດຳ ຜູ້ທີ່ເສັຽຊີວິຕ ແລະ ນໍາເອົາຜີ ຂຶ້ນເຮືອນ: ຕອນທີ່ ໑໑
ປະເພນີ ອັນສໍາຄັນ ອີກຢ່າງນຶ່ງ ຂອງຊາວໄທດໍານັ້ນ ກໍຄື ພິທີ ເກັບກະດູກ ຜູ້ທີ່ເສັຽຊີວິຕ ໄປແລ້ວ ແລະ ນໍາເອົາຜີຂຶ້ນເຮືອນ.
-
ວຽງໄຊ
2023-08-27 -
-
-
ລຸງພົດ ຜູ້ນຳພິທີກັມ ຂອງຊົນເຜົ່າໄທດຳ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ທີ່ປະເທດໄທຍ.
Your browser doesn’t support HTML5 audio
ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
ໃນສັປດານີ້, ວຽງໄຊ ຈະສເນີ ປະເພນີ ອັນສໍາຄັນ ອີກຢ່າງນຶ່ງ ຂອງຊາວໄທດໍານັ້ນ ກໍຄື ພິທີ ເກັບກະດູກ ຜູ້ທີ່ເສັຽຊີວິຕ ໄປແລ້ວ ແລະ ນໍາເອົາຜີຂຶ້ນເຮືອນ. ເຊີນທ່ານຮັບຟັງ ຕອນທີ່ ໑໑ ໄດ້ເລີຍ.