ການສອນນາຕສິລ, ວັທນະທັມ ໃນຂົງເຂດ ກຸງວໍຊິງຕັນ ດີຊີ (1)

ມູລນິທິ ມໍຣະດົກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ຈັດໂຄງການສອນນາຕສິລ ແລະ ວັທນະທັມ ຣະດູຮ້ອນຂຶ້ນ ແຕ່ວັນທີ່ 29 ກໍຣະກະດາ ຫາ 5 ສິງຫາ.

ການສະແດງ ດົນຕຣີລາວເດີມ ແລະ ການຟ້ອນນາຕສິລ ຂອງຫລານນ້ອຍ ພາຍຫລັງ ສໍາເຣັດການຮຽນ ເປັນເວລາ 1 ສັປດາ, ວັນທີ່ 5 ສິງຫາ 2023.

ຣາຍ​ການ ຊີ​ວິ​ຕ​ຊາວ​ລາວ​ ໃນ​ຕ່າງ​ແດນ ໃນ​ສັ​ປ​ດາ​ນີ້, ພອມ ພູມ​ມີ​ທອນ ຈະ​ນຳ​ເອົາ​ການສັມ​ພາດ ປະທານມູລນິທິ ມໍຣະດົກລາວ ທີ່ກຸງວໍຊິງຕັນ ດີຊີ ກ່ຽວ​ກັບ ໂຄງ​ການ​ສອນ​ນາ​ຕ​ສິ​ລ ແລະ ວັ​ທ​ນະ​ທັມ ຣະ​ດູ​ຮ້ອນ ຫລື​ວ່າ Summer Camp ຂຶ້ນ ໃນວັນທີ່ 29 ກໍຣະກະດາ ຫາ ວັນທີ່ 5 ສິງຫາ ປີ 2023.​ ເຊີນທ່ານຮັບຟັງໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org