ໄວ້ອາໄລ ບໍຣົມມາຈາຣຍ໌ ສ. ແສງສິຣິວັນ
ຂ່າວເສົ້າເສັຽໃຈທີ່ສຸດ ຂອງວົງການບັນເທີງລາວ ໃນການຈາກໄປ ຢ່າງບໍ່ມີວັນກັບ ຂອງສິລປິນແຫ່ງຊາຕ ນັກປະພັນເອກ/ນັກຮ້ອງ ຂອງລາວ, ທ່ານບໍຣົມມາຈາຣຍ໌ ສ. ແສງສິຣິວັນ ຫລື ຈັນສົມ ແສງສິຣິວັນ.
-
ພອນ ພູມມີທອນ
2023-02-27 -
-
-
ທ່ານບໍຣົມມາຈາຣຍ໌ ສ. ແສງສິຣິວັນ (ຈັນສົມ ແສງສິຣິວັນ), ສິລປິນແຫ່ງຊາຕ--ນັກປະພັນເອກ/ນັກຮ້ອ
ກິຕຣ໌ ຈິຕຣັຕນ໌
Your browser doesn’t support HTML5 audio
ຣາຍການບັນເທີງ ປະຈຳສັປດານີ້, ຂ້າພະເຈົ້າ ພ້ອມດ້ວຍທີມງານ ຂໍແຈ້ງຂ່າວເສົ້າສລົດໃຈທີ່ສຸດ ຂອງວົງການບັນເທີງລາວ ມາຍັງ ທ່ານຜູ້ຟັງທາງບ້ານ ແລະ ແຟນເພງລາວ ທຸກທົ່ວໜ້າ ໃນການຈາກໄປ ຢ່າງບໍ່ມີວັນກັບ ຂອງສິລປິນແຫ່ງຊາຕ ນັກປະພັນເອກ/ນັກຮ້ອງ ຂອງລາວ, ທ່ານບໍຣົມມາຈາຣຍ໌ ສ. ແສງສິຣິວັນ ຫລື ຈັນສົມ ແສງສິຣິວັນ, ທ່ານໄດ້ຈາກໄປ ໃນມື້ວັນເສົາ ທີ 18 ເດືອນກຸມພາ, ປີ 2023 ທີ່ເມືອງພອຣ໌ດແລນ, ຣັຖ ອໍຣິກອນ, ສະຫະຣັຖ ອາເມຣິກາ. ລວມ ອາຍຸໄດ້ 83 ປີ.
ພິທີທາງສາສນາ ຈະຈັດຂຶ້ນທີ່ ວັດພຸທະທັມມະຣາມ, ທີ່ຢູ່ 4350 N.E. 133rd Ave. OR 97230 ເຣິ່ມແຕ່ ເວລາ 8:00 ເຊົ້າ ຫາ 8:00 ໂມງແລງ ແລະ ພິທີ ຊາປະນະກິດສົບ ຈະຈັດຂຶ້ນ ໃນມື້ວັນເສົາ ວັນທີ 4 ເດືອນ 3 (ມີນາ) 2023 ເວລາ ບ່າຍ 1:00 ໂມງ ທີ່:
Finley Sunset Hills Mortuary
6801 SW Sunset HWY
Portland Oregon 97225