ກົດຣະບຽບພຣະສົງ ໃຊ້ ອິນເຕີເນັດ

ເປັນຫຍັງ ອົງການ ພຸທສາສນາ ສຳພັນລາວ ອອກກົດ ຣະບຽບ ເພື່ອຈຳກັດ ພຣະສົງ ສຳມະເນນ ໃນການ ໃຊ້ ສື່ສັງຄົມ ອອນລາຍ ຫຼື ເຟສບຸຄ.

ນັກທ່ອງທ່ຽວ ທີ່ ໃຊ້ບໍຣິການ ອິນເຕິເນັດ ຕາມຮ້ານກາເຟ ທີ່ແຂວງ ຫລວງພຣະບາງ AFP PHOTO/Laurent FIEVET

ອົງການພຸທສາສນາສຳພັນລາວ ໄດ້ອອກໜັງສືແຈ້ງການເລຂທີ 217 ລົງວັນທີ 22 ມິນາ 2019 ເຣື້ອງການເຂັ້ມງວດກວດຂັນ ພຣະສົງ ສຳມະເນນ ໃນການນຳໃຊ້ເທັກໂທໂລຢີ ແລະ ອິນເຕີນເນັດ ໂດຍສະເພາະ Facebook ຖ້າມີການຣະເມີດ ຫຼືເຮັດຜິດວິນັຍຂອງສົງ ຈະມີ ການລົງວິນັຍ.

ການອອກແຈ້ງການ ໃນຄັ້ງນີ້ ເປັນຈຳກັດການ ພຣະສົງ ສຳມະເນນ ໃນການເຂົ້າເຖິງຂໍ້ມູນຂ່າວສານ ຫຼືມັນເປັນການ ເຮັດໃຫ້ພຣະສົງ ສຳມະເນນ ໃຫ້ໃຊ້ສື່ສັງຄົມອອນລາຍ ຢ່າງຖືກຕາມທຳມະວິນັຍ ຫຼື ບໍ່. ໃຫ້ທ່ານ ໄປຟັງບົດສຳພາດ ພຣະອາຈານ ທ່ານນຶ່ງ ຈາກວັດ ແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ. ຟັງສຽງສັມພາດ

ອັນນັ້ນ ເປັນບົດສຳພາດຂອງ ພຣະອາຈານ ທ່ານນຶ່ງ ກ່ຽວກັບການໃຊ້ສື່ສັງຄົມອອນລາຍ ຂອງພຣະສົງສຳມະເນນ ຊຶ່ງມີຂໍ້ຄວາມວ່າ ພຣະສົງສຳມະເນນ ຄວນໃຊ້ສື່ສັງຄົມອອນລາຍ ຫຼື ເຟສບຸຄຢ່າງມີສະຕິ ຕາມຄວາມເໝາະສົມ ທາງທຳມະວິນັຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org