ຊຽງຂວາງ ຈັດງານໃຫຍ່ ບຸນກິນຈຽງ ເຜົ່າມົ້ງ

ຊາວລາວເຜົ່າມົ້ງ ຈັດງານບຸນກິນຈຽງ ຫຼືບຸນປີໃໝ່ຢ່າງຍິ່ງໃຫຍ່ ໂດຍສະເພາະ ຢູ່ແຂວງຊຽງຂວາງ ໃນງານປີນີ້ ຊາວເຜົ່າມົ້ງ ແລະຊາວລາວ ຈຳນວນຫຼາຍ ໄປຮ່ວມຫຼິ້ນບຸນ ຢ່າງຄຶກຄັກ ເພາະມີກິຈກັມ ຫຼາຍຢ່າງ ເປັນຕົ້ນ ການສະແດງດົນຕຣີ ຂອງຊາວເຜົ່າມົ້ງ.

ຮູບໂຕຢ່າງ: ງານບຸນກິນຈຽງ ເຜົ່າມົ້ງ ທີ່ຈັດຂຶ້ນໃນຫຼາຍແຂວງ ຂອງ ສປປ ລາວ ໃນປີທີ່ຜ່ານໆມາ. RFA

ທາງການ ແຂວງຊຽງຂວາງ ຈັດບຸນກິນຈຽງ ຫຼື ບຸນປີໃໝ່ ຂອງຊາວລາວ ເຜົ່າມົ້ງ ຢູ່ເມືອງແປກ ໃນປີ 2022 ນີ້ ຢ່າງໃຫຍ່ໂຕ ໂດຍໄດ້ຈັດເຖິງ 5 ມື້ຕິດຕໍ່ກັນ, ນັບແຕ່ວັນທີ່ 25 ເຖິງວັນທີ່ 29 ທັນວາ 2022 ຢູ່ທີ່ເດີ່ນສະມາຄົມກິລາ-ວັນນະຄະດີ ພື້ນເມືອງ ທີ່ບ້ານຍວນ ເມືອງແປກ ແຂວງຊຽງຂວາງ. ໃນງານປີນີ້ ຊາວເຜົ່າມົ້ງ ແລະຊາວລາວ ຈຳນວນຫຼາຍ ກໍໄປຮ່ວມຫຼິ້ນບຸນ ຢ່າງຄຶກຄັກ ເພາະມີກິຈກັມ ຫຼາຍຢ່າງ ເປັນຕົ້ນ ການສະແດງດົນຕຣີ ຂອງຊາວເຜົ່າມົ້ງ, ການແຂ່ງຂັນງົວຊົນກັນ ແລະການໂຍນໝາກຄອນ.

ເຈົ້າໜ້າທີ່ ແຂວງຊຽງຂວາງ ທ່ານນຶ່ງ ທີ່ບໍປະສົງບອກຊື່ ແລະຕຳແໜ່ງ ໄດ້ກ່າວກັບວິທະຍຸ ເອເຊັຽ ເສຣີໃນວັນທີ່ 26 ທັນວາ 2022 ນີ້ວ່າ:

ຈັດບັນດາແຂວງທີ່ມີເຜົ່າມົ້ງ, ມົ້ງນີ້ກໍມີຊຽງຂວາງ ຫົວພັນ ກໍມີຫຼາຍຢູ່ດອກ. ຊຽງຂວາງມັນເປັນແຂວງທີ່ມີມົ້ງຫຼາຍ ອະລັງການຫຼາຍກວ່າກິຈກັມນີ້ ການສະແດງຂອງສິລປະຂອງເຜົ່າມົ້ງ ໂຍນໝາກຄອນ ກິລາໝາກຂ່າງ ງົວຊົນງົວ ມັນບໍ່ໄດ້ຈັດ 2 ປີ ຍາກໂຄວິດເນາະ; ຫຼາຍໆໂອ້ຍບ້ານພັກໂຮງແຮມ ເຕັມເລີຍ.

ນອກຈາກ ແຂວງຊຽງຂວາງແລ້ວ ຢູ່ແຂວງອຸດົມໄຊ ກໍມີບຸນກິນຈຽງເຊັ່ນດຽວກັນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ທ່ານນຶ່ງ ໄດ້ເລົ່າໃຫ້ວິທະຍຸ ເອເຊັຽ ເສຣີ ຟັງວ່າ ແຂວງອຸດົມໄຊ ກໍມີການຈັດງານບຸນກິນຈຽງ ຄືກັບແຂວງຊຽງຂວາງ ແລະຫຼາຍແຂວງອື່ນໆຂອງລາວ ທີ່ມີຊາວເຜົ່າມົ້ງອາສັຍຢູ່. ປີນີ້ສຳຣັບແຂວງອຸດົມໄຊ ໄດ້ເຣີ່ມຈັດແຕ່ວັນທີ່ 25 ທັນວາ ຈົນເຖິງວັນທີ່ 28 ທັນວາ 2022. ສ່ວນກິຈກັມຕ່າງໆ ກໍມີຄືກັນ ເຊັ່ນມີການໂຍນໝາກຄອນ ແລະການສະແດງສິລປະ ຊາວເຜົ່າມົ້ງ ດັ່ງນີ້ເປັນຕົ້ນ; ແຕ່ເຖິງໃດກໍດີ ບຸນກິນຈຽງ ທີ່ຊຽງຂວາງ ຈະໃຫຍ່ກວ່າໝູ່ ເພາະແຂວງຊຽງຂວາງ ມີຊາວເຜົ່າມົ້ງຫຼາຍ.

ດັ່ງ ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວອີກຕອນນຶ່ງວ່າ:

ອຸດົມໄຊເຮົາກໍເຮັດງານໃຫຍ່ຢູ່ ຂ້ອນຂ້າງວ່າ ມີຈຳນວນຄົນຫຼາຍຢູ່ ແຕ່ວ່າບໍ່ຫຼາຍຊ່ຳຊຽງຂວາງ; ຊຽງຂວາງ ເຂົາເປັນແຂວງທີ່ວ່າເຜົ່າມົ້ງຫຼາຍ ແລະເຂົາເຮັດຂ້ອນຂ້າງຢາກໃຫຍ່ ມັນມີກໍລໍາພື້ນເມືອງເຮົາ ຄືຕີໝາກຂ່າງແດ່ ຍິງໜ້າເກັກຫັ້ນນ່າ ເປົ່າແຄນ ຢູ່ເທິງເວທີ ແມ່ນຫຍັງຕ່າງໆກໍມີ.

ກ່ຽວກັບງານບຸນກິນຈຽງ ຢູ່ແຂວງຊຽງຂວາງນັ້ນ, ຊາວລາວເຜົ່າມົ້ງຄົນນຶ່ງ ກໍໄດ້ໄປຮ່ວມ ແລະກໍສັງເກດເຫັນວ່າ ປີນີ້ ເປັນບຸນໃຫຍ່ກວ່າ ສອງສາມປີທີ່ຜ່ານມາ ທີ່ມີຣະບາດຂອງໂຄວິດ-19. ຊາວລາວເຜົ່າມົ້ງຜູ້ນີ້ ກ່າວຕື່ມວ່າ:

ເປັນບຸນຂອງຄົນຊົນເຜົ່າມົ້ງນີ້ແຫຼະ. ໂອ້ຫຼາຍສຸດແລ້ວປີນີ້ ມ່ວນສຸດເດ່ປີນີ້ ຄົນຕ່າງປະເທດ ກໍເຂົ້າມາຫຼາຍແດ່ ປີນີ້ບໍ່ມີໂຄວິດແລ້ວ ຄົນຂາດດົນເດ່ ຄົນຢາກມາຫຼິ້ນເດ່ ບຸນມົ້ງນີ້ນ່າ ຄົນຫຼາຍແຮງກໍ້.

ຊາວລາວເຜົ່າມົ້ງຄົນນີ້ ກ່າວອີກວ່າ ການທີ່ມີຄົນມາຮ່ວມບຸນກິນຈຽງຫຼາຍ ກໍຖືວ່າເປັນເຣື່ອງດີ ເພາະບຸນເຮັດໃຫ້ພໍ່ຄ້າແມ່ຄ້າ ໄດ້ຂາຍເຄື່ອງຂາຍຂອງ; ພວກໂຮງແຮມ ເຮືອນພັກ ແລະຄົນຂັບຣົຖໂດຍສານ ກໍມີລາຍໄດ້ຫຼາຍຂຶ້ນ.

ຄົນລາວອີກຜູ້ນຶ່ງ ກໍສັງເກດເຫັນວ່າ ໃນງານບຸນກິນຈຽງ ຢູ່ແຂວງຊຽງຂວາງ ປີນີ້ ມີຄົນມາຮ່ວມຫຼາຍອີຫຼີ ຖືວ່າ ເປັນງານໃຫຍ່ພິເສດ ແລະບ່ອນຈັດງານກໍກວ້າງຂວາງ.

ແມ່ນແຫຼະຂອງຄົນຊົນເຜົ່າມົ້ງ ຕອນໂຄວິດ ເຂົາອັນບໍ່ໃຫ້ມີການພັວພັນ ສັງຄົມແດ່ ພໍແລ້ວໂຄວິດ ເຂົາກໍຈັດ ມີອັນຕ່າງແຂວງແດ່ ແລ້ວກໍຕ່າງປະເທດແດ່ ກວ້າງມັນເປັນເດິ່ນເນາະ. ນອກຈາກເດິ່ນທີ່ວ່າ ຢືນເບິ່ງແລ້ວມີເປັນພູ ແນມລົງມາເຫັນງົວຊົນງົວ.

ຊາວຄ້າຂາຍຄົນນຶ່ງ ກໍດີໃຈ ທີ່ໄດ້ເຫັນຊາວເຜົ່າມົ້ງ ຊາວລາວ ລວມເຖິງຊາວຕ່າງປະເທດ ໄດ້ມາຮ່ວມງານບຸນ ຊຶ່ງໄດ້ເຮັດໃຫ້ການຄ້າຂາຍດີຂຶ້ນ.

ເອີຫຼາຍຄົນນ່າ ມົ້ງອະເມຣິກາ, ມົ້ງຝຣັ່ງ ອີຫຍັງເຂົາກໍມາ ຄົນຫຼາຍໆແນວນັ້ນເລີຍແຫຼະ ກະພໍໄດ້ຂາຍ ມີໝົດທຸກຢ່າງ ແນວແຫຼະ ອາຫານການກິນແມ່ນຫຍັງ ກໍມີໝົດ ເຄື່ອງນຸ່ງຂອງຖື ມີໝົດແຫຼະ.

ນອກຈາກແຂວງຊຽງຂວາງ ແລະແຂວງອຸດົມໄຊແລ້ວ ແຂວງອື່ນໆ ກໍຈັດງານບຸນກິນຈຽງ ເຊັ່ນດຽວກັນ ຕົວຢ່າງ ແຂວຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ກໍໄດ້ຈັດງານໃນໄລຍະ ເວລາດຽວກັນ.

ສຳລັບປີກາຍປີກ່ອນ, ແຂວງໃດ ກໍບໍ່ໄດ້ຈັດງານ ບຸນກິນຈຽງໃຫຍ່ໂຕ ເພາະວ່າ ທົ່ວປະເທດ ປະສົບກັບການຣະບາດ ຂອງໂຄວິດ-19.

ຊາວເຜົ້າມົ້ງຄົນນຶ່ງ ອະທິບາຍ ໃຫ້ວິທະຍຸເອ ເຊັຽ ເສຣີ ຟັງວ່າ ຊາວເຜົ່າມົ້ງ ປະຕິບັດຕາມປະຕິທິນຈັນທະຣະຄະຕິ ຊຶ່ງວັນຂຶ້ນປີໃໝ່ ແມ່ນວັນຂຶ້ນນຶ່ງຄ່ຳ ເດືອນຈຽງ ຫຼືເດືອນນຶ່ງ ຂອງທຸກໆປີ ແລະຈະຖືກກັບວັນໃດວັນນຶ່ງ ໃນທ້າຍເດືອນພຶສຈິກາ ຕົວຢ່າງປີນີ້ ວັນຂຶ້ນປີໃໝ່ ຂອງຊາວເຜົ່າມົ້ງ ຈະກົງກັບວັນທີ່ 24 ພຶສຈິກາ. ຕາມປະເພນີແລ້ວ ຊາວເຜົ່າມົ້ງ ສາມາດຈັດງານບຸນ ກິນຈຽງ ຫຼືບຸນປີໃໝ່ໄດ້ ໃນຣະຫວ່າງວັນຂຶ້ນ 1 ຄ່ຳ ແລະວັນແຮມ 14 ຄ່ຳ ຂອງເດືອນຈ່ຽງ ຊຶ່ງປີນີ້ ຕຣົງກັບທີ່ 24 ພຶສຈິກາ ແລະວັນທີ່ 22 ທັນວາ.

ສຳຣັບຄວາມໝາຍ ຂອງບຸນກິນຈຽງນັ້ນ, ແຕ່ກ່ອນ ຊາວເຜົ່າມົ້ງ ມັກໄປຢູ່ໃນປ່າ ເພື່ອຫາຢູ່ ຫາກິນ, ຢູ່ສວນ, ຢູ່ໄຮ່ ເປັນເວລາເກືອບໝົດປີ. ແລ້ວໃນເວລາໃກ້ຈະຮອດປີໃໝ່, ພວກເຂົາຈະເຂົ້າມາບ້ານ ເພື່ອສລອງປີໃໝ່ ຊຶ່ງໃນເວລານີ້ ພວກເຂົາກໍຈະມີໂອກາດ ພົບປະກັບຍາດຕິພີ່ນ້ອງ ໝູ່ຄູ່. ສຳຣັບຜູ້ບ່າວຜູ້ສາວ  ກໍຈະມີໂອກາດ ພົບປະໂອ້ລົມ ແລະຊອກຫາຄູ່ຄຽງ. ຍ້ອນດັ່ງນີ້ ໃນເວລາບຸນກິນຈຽງ ຜູ້ບ່າວ, ຜູ້ສາວ ເຜົ່າມົ້ງ ຈຶ່ງມັກແຕ່ງໂຕ ນຸ່ງເຄື່ອງ ແລະໃສ່ເຄື່ອງເອ້ດີໆ ງາມໆ. ພາຍໃນຄອບຄົວ ຜູ້ເປັນຜູ້ເຖົ້າຜູ້ແກ່ ກໍປະກອບພິທີ ເອີ້ນຂວັນ ຂອງສະມາຊິກຄອບຄົວ ໃຫ້ມາເຕົ້າໂຮມ ແລະໃຫ້ຢູ່ດີມີແຮງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org