ຫຼວງພຣະບາງ ຄວບຄຸມການດື່ມ ສິ່ງມືນເມົາ

ແຂວງຫຼວງພຣະບາງ ອອກມາຕການ ຄວບຄຸມ ການດື່ມສິ່ງມືນເມົາ ແລະ ໃຫ້ປະຕິບັດ ຕາມປະເພນີລາວ ໃນໄລຍະ ສ​ລອງບຸນປີໃໝ່ລາວ ຢ່າງເຄັ່ງຄັດ.

ປີໃໝ່ລາວ ທີ່ ເມືອງຫຼວງພຣະບາງ ສລອງກັນ ຢ່າງຄຶກຄື້ນທຸກປີ RFA

ນະຄອນຫລວງພຣະບາງ, ເມືອງມໍຣະດົກໂລກ ສຳລັບນັກທ່ອງທ່ຽວ, ໄດ້ອອກມາຕການ ຄວບຄຸມການດື່ມສິ່ງມືນເມົາ ປະເພດຕ່າງໆ ໃນໄລຍະ ບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ຢ່າງເຄັ່ງຄັດ ໂດຍບໍ່ໃຫ້ ຊື້-ຂາຍ ກ່ອນເວລາບ່າຍ 2 ໂມງ ເພື່ອຫລຸດຜ່ອນ ອຸບັດຕິເຫດ ທີ່ຈະເກີດ ຈາກຄົນມືນເມົາ ແລ້ວຂັບຂີ່ຍານພາຫະນະ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ມິນາ ຜ່ານມາວ່າ:

"ຄຸມເຂັ້ມ ກໍແມ່ນ ການກິນດື່ມມືນເມົາ ບໍ່ໃຫ້ຂັບຂີ່ ຍານພາຫະນະ ເຫລົ້າເບັຽ ກ່ອນໜ້າ 2 ໂມງ ຈະບໍ່ໃຫ້ຂາຍ, ແລ້ວເວລາ 11 ໂມງ ກາງຄືນ ຈະໃຫ້ປິດເຄື່ອງສຽງ ທັງໝົດເລີຍ. ແຕ່ມີບຸກຄົນ ບາງກຸ່ມຍັງ ຣະເມີດຢູ່ ມັນກໍມີ ແສງສີສຽງ ສັງຄົມອ້ອມຂ້າງ ທຸຣະກິຈອ້ອມຂ້າງ ຕໍ່ກັບປະຊາຊົນນັ້ນ ມັນກໍຕ້ອງໄດ້ໃຊ້ມາຕການ ກວດການັ້ນແຫລະ ກໍຕ້ອງພະຍາຍາມຫຼຸດ ໂຕນີ້ໃຫ້ມັນໄດ້.”

ທ່ານກ່າວຕື່ມວ່າ ນອກຈາກນັ້ນ ຍັງມີມາຕການ ຄວບຄຸມຣາຄາສິນຄ້າ ເປັນຕົ້ນ ອາຫານ, ຄ່າໂຮງແຮມ, ບ້ານພັກ ແລະ ອື່ນໆນຳອີກ ຍ້ອນວ່າ ພວກພໍ່ຄ້າແມ່ຄ້າ ມັກສວຍໂອກາດ ຂຶ້ນຣາຄາສິນຄ້າ ແລະ ຄ່າທີ່ພັກ ໃນຍາມບຸນປີໃໝ່ລາວ:

"ໃນບຸນປີໃໝ່ລາວ ມັນກໍມີ ບໍ່ໃຫ້ຂຶ້ນຣາຄານໍ້ານໍ ການຫົດນໍ້ານໍ ບໍ່ໃຫ້ຂຶ້ນຣາຄາສິນຄ້າ ຄ່າໂຮງແຮມ, ຄ່າເຮືອນພັກ, ຮ້ານອາຫານຮວມໄປເຖິງ ຜູ້ປະກອບການ ທຸຣະກິຈ ຫລວງພຣະບາງເຮົາ ພະຍາຍາມ ຈະຄຸມເຂັ້ມນະ ເພາະວ່າ ຖ້າເຮົາຫຼຸດບໍ່ໄດ້ ຈະບໍ່ເປັນເມືອງ ການທ່ອງທ່ຽວນໍ.”

ທ່ານວ່າ ການນຸ່ງຖືເສື້ອຜ້າ ແລະ ການຫົດນໍ້າ ຂອງຊາວລາວ ໃນບຸນຊ່ວງປີໃໝ່ນີ້ ກໍຕ້ອງໃຫ້ເໝາະສົມ ຕາມປະເພນີ ວັທນະທຳຂອງລາວ ຊຶ່ງການນຸ່ງສົ້ງຂາສັ້ນ, ນຸ່ງເສື້ອສາຍດ່ຽວ ກໍຈະບໍ່ງາມ ສຳລັບ ສຸພາບສັດຕຣີ ແລະ ການຫົດນໍ້າ ກໍບໍ່ຄວນຫລິ້ນແບບຮຸນແຮງ ແລະ ເປີະເປື້ອນ ເປັນຕົ້ນ ໃຊ້ນໍ້າກ້ອນ ແລະ ນໍ້າສີ ສາດໃສ່ກັນ ເພື່ອປ້ອງກັນຄວາມປອດພັຍ.

ສໍາລັບ ຢູ່ນະຄອນຫຼວງວຽງຈັນ ກໍມີມາຕການ ຄວບຄຸມການດື່ມ ສິ່ງມືນເມົາເໝືອນກັນ, ເມົາແລ້ວ ຫ້າມຂັບຂີ່ ຍວດຍານພາຫະນະ ເພາະມັນຈະ ເກີດອຸບັດຕິເຫດໄດ້ ຮວມທັງ ຫ້າມຮ້ານກິນດື່ມ ສົ່ງສຽງດັງ ໃນຍາມກາງຄືນ ແລະ ຫ້າມເປີດ ເກີນເວລາ ທີ່ກຳນົດໃຫ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org