ເທສການ ປີໃໝ່ລາວປີນີ້ ປີ້ຣົຖໄຟລາວ-ຈີນ ບໍ່ພໍຜູ້ໂດຍສານ
ປະຊາຊົນ ລຽນແຖວລໍຖ້າຊື້ປີ້ຣົຖໄຟ ລາວ-ຈີນ ກັບບ້ານເກີດ ເພື່ອສລອງເທສການ ປີໃໝ່ລາວ ຊຶ່ງເຮັດໃຫ້ປີ້ຣົຖໄຟ ບໍ່ພໍກັບຜູ້ໂດຍສານ ໃນນັ້ນຫຼາຍຄົນ ບໍ່ໄດ້ປີ້ຣົຖໄຟ ຕາມທີ່ຕ້ອງການ ສ້າງຄວາມຜິດຫວັງ ແລະພົບເຫັນບັນຫາ ຫຍຸ້ງຍາກຫຼາຍຢ່າງ.
-
ໄຊຍາ
2022-04-12 -
-
-
Your browser doesn’t support HTML5 audio
ບຸນປີໃໝ່ລາວໃນວັນທີ 13 ເມສາ 2022 ນີ້ ປະຊາຊົນລາວຈຳນວນຫລາຍ ຕ້ອງການຈະກັບບ້ານເກີດ ເພື່ອສເລີມສລອງປີໃໝ່ລາວ ກັບຄອບຄົວຕາມຮີດຄອງປະເພນີ ຊຶ່ງຫລາຍຄົນເລືອກຈະນັ່ງຣົຖໄຟ ລາວ-ຈີນ ຍ້ອນເຫັນວ່າທັນສມັຍ, ສະດວກສະບາຍ ແລະ ເດີນທາງໄວ ແລະ ກໍເປີດບໍຣິການມາໄດ້ 4 ເດືອນແລ້ວ ການບໍຣິການຕ່າງໆ ໜ້າຈະດີຂຶ້ນກວ່າຄັ້ງທຳອິດ.
ແຕ່ສະພາບໂຕຈິງ ກັບຕ້ອງພົບກັບຄວາມຫຍຸ້ງຍາດ ແລະບັນຫາໃນການຊື້ປີ້ຣົຖໄຟຄືເກົ່າ ຍັງຕ້ອງໄດ້ລໍຖ້າຊື້ປີ້ບໍ່ຕໍ່າກ່ວາ 5 ຊົ່ວໂມງ ຕໍ່ຄີວຍາວເປັນກິໂລແມັດ ບາງຄົນກໍຕ້ອງໄປລໍຖ້າຕັ້ງ ແຕ່ເວລາ 2 ໂມງເຊົ້າ ເພື່ອຈະໄດ້ຄີວທຳອິດ ແລະໄດ້ຊື້ປີ້ຣົຖໄຟ ເພາະທາງສະຖານີຣົຖໄຟ ລາວ-ຈີນ ຈະເປີດຂາຍປີ້ໃນເວລາປະມານ 6.50-10.50 ໂມງເຊົ້າ ແລະຖ້າຫາກຜູ້ໃດມາຊ້າ, ຫລັງ 6 ໂມງເຊົ້າກໍບໍ່ໄດ້ຊື້ປີ້ ຍ້ອນປີ້ໝົດກ່ອນເວລາ ຊຶ່ງໃນໄລຍະເທສການບຸນປີໃໝ່ລາວແບບນີ້ ທາງການຣົຖໄຟ ລາວ-ຈີນ ຄວນຈະເປີດຈອງປີ້ຜ່ານຊ່ອງທາງອື່ນ ໃຫ້ງ່າຍຂຶ້ນ ແລະຄວນແຈ້ງການຊື້ປີ້ໃຫ້ຈະແຈ້ງກວ່າເກົ່າ ເຊັ່ນຖ້າປີ້ໝົດແລ້ວ ກໍຄວນແຈ້ງໃຫ້ລູກຄ້າຮັບຊາບ ເພື່ອຫລາຍຄົນຈະບໍ່ຕ້ອງໄດ້ລຽນແຖວດົນ.
ດ່ັງປະຊາຊົນ ທ່ານນຶ່ງທີ່ໄປລໍຖ້າຊື້ປີ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສານີ້ວ່າ:
“ມື້ນີ້ກາຕໍ່ຄີວຫລາຍ ຜູ້ໃດທີ່ວ່າຢາກໄດ້ປີ້ 100% ກາມາແຕ່ 2 ໂມງ, ແຕ່ເດິກໆ 5 ຊົ່ວໂມງ ບາງມື້ກາມານອນຢູ່ສະຖານີ ຜູ້ໃດມາປະມານ 6 ໂມງກາບໍ່ໄດ້ປີ້ຊິນ່າ ກາເມືອລ້າໆ ບາງຄົນມາໄກເນາະ ມັນກາບໍ່ແຈ້ງປີ້ຍັງເຫລືອຫລາຍບໍ່ ຫລືວ່າປີ້ຍັງບໍ່ມີກໍເສັຍເວລາຊໍ້າຊິນ່າ ກໍຢາກໃຫ້ມີແອປ (app) ເພາະຮູ້ສຶກວ່າມັນກາລຳບາກສຳລັບຫລາຍໆ ຄົນ.”
ຍານາງໄດ້ກ່າວຕື່ມວ່າ ບາງຄົນກໍມີພຶດຕິກັມບໍ່ດີ ລັດຄີວຄົນອື່ນ ທີ່ເຂົາເຈົ້າລໍຖ້າມາດົນຫລາຍຊົ່ວໂມງ ເຮັດໃຫ້ມີການຖົກຖຽງກັນ ແຕ່ຍັງບໍ່ເຖິງຂັ້ນລົງໄມ້, ລົງມື, ຕີກັນ ຊຶ່ງຖືວ່າຊື້ປີ້ໃນໄລຍະເທສການນີ້ ລຳບາກແຮງ.
“ບໍ່ໄດ້ສະດວກສະບາຍ ບາງຄົນມາກາລັດຄີວກັນໄປຈັ່ງຊິ ຜິດກັນຈົນຊິເປັນສົງຄາມ ຍ້ອນມາຊື້ປີ້ນີ້ມັນກາຢາກຢູ່ເດ ຢາກໃຫ້ມາເບິ່ງ ມາກາລຳບາກຢູ່ ບໍ່ແມ່ນບໍ່ລຳບາກຫັ້ນນ່າ ເຮົາໄດ້ໃຊ້ເຫື່ອແຮງ ເຮົາຄືກັນມາຊື້ແຕ່ລະເທື່ອ.”
ຂະນະທີ່ ປະຊາຊົນລາວອີກທ່ານນຶ່ງ ກໍກ່າວວ່າ ໃນໄລຍະບຸນປີໃໝ່ແບບນີ້ ທາງການຣົຖໄຟ ລາວ-ຈີນຄວນຈະເປີດຈຸດບໍຣິການ ຂາຍປີ້ຣົຖໄຟໃຫ້ຫລາຍ ຊ່ອງທາງກວ່ານີ້ ຫລືບໍຣິການໃຫ້ໄວຂຶ້ນກວ່າເກົ່າ ເພື່ອບໍໍ່ໃຫ້ປະຊາຊົນ ໄປຕໍ່ຄີວກັນໜາແໜ້ນ ແລະບໍ່ຕ້ອງຫຍຸ້ງຍາກເສຍເວລາ ເພາະຈຸດບໍຣິການຊື້ປີ້ ກໍຢູ່ໄກຈາກເມືອງຫລາຍ ແລະທາງການຣົຖໄຟ ລາວ-ຈີນ ຄວນຈະຮັບການຊື້ປີ້ແບບລະບົບເງິນໂອນນຳດ້ວຍ ເນື່ອງຈາກບາງຄົນກໍບໍ່ຮູ້ຣາຍລະອຽດ ວ່າຕ້ອງຊື້ເງິນສົດເທົ່ານັ້ນ ແລະພາຍໃນສະຖານີກໍບໍ່ມີຕູ້ກົດເງິນສົດ ທາງການຄວນຈະແກ້ໄຂນຳດ້ວຍ.
“ກາຢາກໃຫ້ບໍຣິການທີ່ວ່າໄວຂຶ້ນກ່ອນເກົ່າ ກາເຣື່ອງປີ້ນີ້ກາຍາກໃຫ້ມີແອປ ຈອງປີ້ຣົຖໄຟໄດ້ໂອນຜ່ານເງິນ ໂອນໄດ້ຈັ່ງຊິນ່າບໍ່ ມີເພຈຣົຖໄຟເປັນທາງການຫັ້ນນ່າບໍ່ ສາມາດຮູ້ໄດ້ເລີຍວ່າ ກົດທີ່ຈະຊື້ປີ້ຣົຖໄຟນີ້ ຕ້ອງມີຫຍັງແດ່ຄືບາງຄົນ ມາຕໍ່ແຖວດົນແລ້ວ ຄີວໂຕເອງນ່າບໍ່ມິເງິນສົດຈັ່ງຊິ ກໍໄດ້ອອກໄປກົດເງິນຢູ່ນອກຕູ້ ຢູ່ສະຖານີຣົຖໄຟບໍ່ມີຕູ້ກົດເງິນ ກັບມາຕໍ່ແຖວໃໝ່ອີກບາງຄົນກາບໍ່ໄດ້.”
ເຣື່ອງດັ່ງກ່າວນີ້ ກໍເຮັດໃຫ້ມີອາຊີບຈັບຈອງປີ້ຣົຖໄຟ ລາວ-ຈີນ ເກີດຂຶ້ນໂດຍຜູ້ຮັບຈອງປີ້ ຈະຄິດຄ່າໄປຈອງປີ້ ໃນລາຄາທີ່ແພງຂຶ້ນຫລາຍເທົ່າ ຍ້ອນວ່າການໄປລໍຖ້າຊື້ປີ້ຣົຖໄຟ ລາວ-ຈີນ ໃນໄລຍະເທສການ ບໍ່ແມ່ນເຣື່ອງງ່າຍ ຕ້ອງເສຍເວລາເປັນມື້ໆ ຫລື ຕ້ອງຕື່ນແຕ່ເວລາ 2:00 ໂມງເຊົ້າ ໄປລໍຖ້າ 4-5 ຊົ່ວໂມງເພື່ອຊີື້ປີ້ໃຫ້ລູກຄ້າ. ບາງຄົນບໍ່ມີເງິນຈ້າງ ກໍຈຳເປັນຕ້ອງໄປລໍຖ້າຊື້ເອງ ແຕ່ບາງຄົນທີ່ມີເງິນກໍຍອມຈ້າງ ແລະເສຍເງິນເພີ່ມຍ້ອນບໍ່ຢາກໄປ ລໍຖ້າຄີວດົນຫລາຍຊົ່ວໂມງ ແລະຍັງສ່ຽງບໍ່ໄດ້ປີ້ຣົຖໄຟອີກ.
ດັ່ງປະຊາຊົນລາວ ທ່ານນຶ່ງກ່າວວ່າ:
“ຂ້ອຍບໍ່ໄດ້ຈອງປີ້ເອງນ່າ ເຮົາຈ້າງເຂົາຄືກັນ ໄປຊື້ຊັງຈ່ຽງ ແລະເພີ່ມບວກເງິນເລີຍນ່າ ປີ້ຫັ້ນ 3 ແສນປາຍແຕ່ເຮົາຈ່າຍໃຫ້ເຂົາເຈົ້າ ປີ້ລະ 5 ແສນ ຫລວງພຣະບາງນ່າ ເຮົາບໍ່ຢາກຕໍ່ຄີວຍາວ ເຮົາກໍບໍ່ເຄີຍຊື້ແພງປານນີ້ ແຕ່ວ່າປີໃໝ່ເຮົາເລີຍຊື້ແພງໜ້ອຍນຶ່ງ.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງຣົຖໄຟ ລາວ-ຈີນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ທາງການຣົຖໄຟ ກໍມີການສຶກສາຄົ້ນຄ້ວາກັນຢູ່ ໃນການແກ້ໄຂບັນຫາເຣື່ອງການບໍຣິການ ຊື້ປີ້ຣົຖໄຟ ລາວ-ຈີນ ເບື້ອງຕົ້ນໄດ້ຄົ້ນຄ້ວາ ໃນການສ້າງແອປ ເພື່ອຈອງປີ້ຣົຖໄຟ ລາວ-ຈີນ ແລ້ວແຕ່ຍັງບໍ່ທັນນຳໃຊ້.
“ຣົຖໄຟ ລາວ-ຈີນ ເປັນຜູ້ກຳນົດແຜນດຽວນີ້ ເຂົາເຈົ້າເຣີ່ມແລ້ວຕິດຽວນີ້ນ່່າ ພວກຣົຖໄຟເຂົາເຈົ້າເຣີ່ມແລ້ວ ເປັນແອປຫລາຍກວ່າ ຍັງບໍ່ໄດ້ນຳໃຊ້ເທື່ອ.”
ທ່ານຍັງກ່າວຕື່ມວ່າ ໃນໄລຍະບຸນປີໃໝ່ລາວ ປີ 2022 ນີ້ ທາງບໍຣິສັດຣົຖໄຟ ລາວ-ຈີນ ຍັງໄດ້ເປີດແລ່ນຣົຖໄຟ 4 ຖ້ຽວຕໍ່ມື້ນຳດ້ວຍ ຈາກທີ່ຜ່ານມາເປີດແລ່ນ 2 ຖ້ຽວຕໍ່ມື້.
ສຳລັບການຈອງປີ້ຣົຖໄຟ ລາວ-ຈີນ ທີ່ຜ່ານມາເຈົ້າໜ້າທີ່ ກໍມີແຈ້ງການແລ້ວຕັ້ງແຕ່ວັນທີ 14 ມົກກະຣາ 2022 ວ່າ ຜູ້ໃດຕ້ອງການຊື້ປີ້ຣົຖໄຟ ລາວ-ຈີນ ຈະຕ້ອງຊື້ລ່ວງໜ້າ 3 ມື້ ເພື່ອຄວາມສະດວກໃນການເດີນທາງ ແລະເຈົ້າໜ້າທີ່ໄດ້ກຳນົດໃຫ້ 1 ຄົນຊື້ປີ້ໄດ້ບໍ່ເກີນ 3 ປີ້ເທົ່ານັ້ນເພື່ອເປັນການກະຈາຍປີ້ ໃຫ້ຄົນອື່ນສາມາດຊື້ປີ້ໄດ້ ແຕ່ກໍຍັງບໍ່ພຽງພໍໃນແຕ່ລະມື້ ເນື່ອງຈາກປະຊາຊົນ ມີຄວາມຕ້ອງການຈະນັ່ງຣົຖໄຟລາວ-ຈີນ ກັນຫລາຍຂຶ້ນ.
ກ່ຽວກັບເຣື່ອງນີ້ ບໍຣິສັດຣົຖໄຟ ລາວ-ຈີນ ຈະເປີດແລ່ນຣົຖໄຟ ຂະບວນທັມມະດາ 1 ຂະບວນເພື່ອເປັນການຮອງຮັບ ຜູ້ໂດຍສານໃນໄລຍະບຸນປີໃໝ່ລາວ ໂດຍໃນວັນທີ 13 ເມສາ 202 ຕັ້ງແຕ່ສະຖານີນະຄອນຫລວງວຽງຈັນ ຫາບໍ່ເຕັນ ໂດຍແລ່ນດ້ວຍຄວາມໄວ 120 ກິໂລ ແມັດຕໍ່ຊົ່ວໂມງ ມີບ່ອນນັ່ງ 732 ບ່ອນ ໃນນັ້ນຕັ່ງນັ່ງທົ່ວໄປ 590 ບ່ອນຕັ່ງນັ່ງກວ່າ 106 ບ່ອນ ຕຽງນອນ 36 ບ່ອນ. ສ່ວນວັນທີ 14 ເມສາ 2022 ເປັນຕົ້ນໄປ ຈະມີການເປີດບໍຣິການຂົນສົ່ງ ໂດຍສານສະຖານີກາສີ ແຂວງວຽງຈັນ ແລະສະຖານີເມືອງງາ ນຳດ້ວຍ.