ຊາວລາວ ສະຫຼອງປີໃໝ່ສາກົນ 2025 ໃນບັນຍາກາດ ລາຄາສິນຄ້າແພງ
ປະຊາຊົນລາວ ບັນດາເຜົ່າ ຮ່ວມສະເຫຼີມສະຫຼອງ ບຸນປີໃໝ່ສາກົນ 2025 ໃນຂະນະທີ່ ຄ່າຄອງຊີບສູງ ແລະ ລາຄາສິນຄ້າແພງ
-
ຈຳປາທອງ
2025-01-01 -
-
-
Your browser doesn’t support HTML5 audio
ລາຄາສິນຄ້າ ຕາມທ້ອງຕະຫຼາດ ແລະ ຮ້ານຂາຍເຄື່ອງຍ່ອຍ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະ ບຸນປີໃໝ່ສາກົນ 2025 ນີ້, ຍັງສູງຢູ່ ໂດຍສະເພາະ ຢູ່ເຂດນອກໂຕເມືອງ ທີ່ເຈົ້າໜ້າທີ່ ກວດກາບໍ່ທົ່ວເຖິງ, ໃນຂະນະທີ່ ຄ່າຄອງຊີບສູງຢູ່ນີ້. ສິນຄ້າທີ່ວ່ານັ້ນ, ຮວມມີທັງ ຊີ້ນ, ຜັກ, ໄຂ່ໄກ່, ໄຂ່ເປັດ, ເຄື່ອງປຸງອາຫານ ແລະ ອາຫານແຫ້ງ ທີ່ນໍາເຂົ້າມາ ຈາກຕ່າງປະເທດ, ອີງຕາມຄໍາເວົ້າ ຂອງແມ່ຍິງລາວ ຢູ່ເມືອງໄຊທານີ ທີ່ໄປຊື້ເຄື່ອງຂອງ ຢູ່ຕະຫຼາດໂພນຕ້ອງ, ຕະຫຼາດໜອງພະຍາ ທັງຕອນແລງ ແລະ ຕອນເຊົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ທັນວາ ນີ້ວ່າ:
“ມື້ວານນີ້, ເດັກນ້ອຍໄປຊື້ເຄື່ອງມາ ສົ່ງທ້າຍປີເກົ່າ ມີແຕ່ຜັກ, ບາງສ່ວນນີ້ ກໍຂຶ້ນ. ເຄີຍຂາຍໂລໜຶ່ງ 15 ພັນ, ໂລ 20-30 ພັນກີບ. ຄືຜັກ ຫອມບົ່ວ, ຊີ້ນ່າ ມັດ 5 ພັນ. ໜ່ວຍໃຫຍ່ໆ ດຽວນີ້, ໄດ້ແຕ່ 2-3 ຫົວໜຶ່ງ ເອີ້ນເປັນ 5 ພັນ ເທົ່າເກົ່າ, ແຕ່ວ່າ ປະລິມານມັນໜ້ອຍ. ດີບໍ່ດີ ລັດບໍ່ຮູ້ດອກ, ໂຕນີ້.”
ນາງເວົ້າຕື່ມວ່າ ລາຄາສິນຄ້າ ໃນໄລຍະ ບຸນປີໃໝ່ສາກົນນີ້, ຕາມຕະຫຼາດ ຢູ່ເຂດນອກ ຈະສູງກວ່າ ຢູ່ໃນໂຕເມືອງ ເຊັ່ນ ລາຄາຊີ້ນໝູ ຢູ່ຕະຫຼາດໃນເມືອງ ໂລລະ 60,000 ກີບ, ຢູ່ເຂດນອກ ໂລລະ 68,000 ກີບ, ໄຂ່ໄກ່ ຢູ່ຕະຫຼາດໃນເມືອງ ແຕະລະ 55,000 ກີບ, ຢູ່ເຂດນອກ ແຕະລະ 70,000 ຫາ 80,000 ກີບ, ໄຂ່ເປັດ ຢູ່ໃນເມືອງ ແຕະລະ 70,000 ກີບ, ຢູ່ເຂດນອກ ແຕະລະ 90,000 ກີບ.
ລູກຄ້າຊາວຈີນ ພວມຊື້ຜັກສົດ ກັບແມ່ຄ້າຊາວລາວ ທີ່ຕະຫຼາດສົດ ແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. (TS) ເດືອນກໍລະກົດ 2024 Credit photos: (RFA)
ແລະ ຊາວໜຸ່ມ ຢູ່ເມືອງຫາດຊາຍຟອງ ກໍເວົ້າວ່າ ປັດຈຸບັນ ຊາວໜຸ່ມ ຍິງສາວລາວ ນິຍົມກັນ ກິນຂົ້ວເສັ້ນໝີ່ ໃນງານລ້ຽງ, ງານບຸນ. ຂະນະທີ່ເຄື່ອງປຸງ ແລະ ອາຫານແຫ້ງ ທີ່ນໍາເຂົ້າມາ ຈາກຕ່າງປະເທດ ສູງຂຶ້ນ ໃນໄລຍະປີໃໝ່ສາກົນນີ້ ແລະ ຢູ່ເຂດນອກ ກໍບໍ່ມີການຄວບຄຸມລາຄາສິນຄ້າ:
“ເສັ້ນໝີ່ ໄວໄວ, ຈັ່ງຊີ້ລະ ແພງຂຶ້ນແລ້ວ, ແລ້ວນີ້ຂຶ້ນບໍ່ລົງແລ້ວ, ແມ່ນຫຍັງກໍໄດ້ຂຶ້ນ ບໍ່ມີລົງ. ບໍ່ຄ່ອຍເຫັນມາຄຸມ, ເສີຍໆໄປນ່າ ທາງເຈົ້າໜ້າຖອກ, ໜ້າທີ່ ເຂົາກໍຕິດຕາມຢູ່, ແຕ່ວ່າ ມັນກໍບໍ່ລົງມາ ທາງຊົນນະບົດເຮົາ. ທາງໃນເມືອງ, ອາດເດີ ອາດຈະແມ່ນເດີ.”
ເວົ້າເຖິງລາຄາສິນຄ້າ ໃນທ້ອງຕະຫຼາດ ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ທັນວາ ນີ້ວ່າ ລາຄາມັນສູງຄືເກົ່າ, ມັນບໍ່ລົງ ອັນນີ້ກໍບໍ່ເຂົ້າໃຈ ຫຼືສ່ວນໜຶ່ງ ກໍອາດຈະເປັນ ຍ້ອນເງິນເຟີ້:
“ຕາມທີ່ຮູ້, ກໍແບບມັນບໍ່ລົງ, ຫັ້ນນ່າ. ລາຄາຄືເກົ່າເນາະ ທີ່ເຮົາໄປຊື້ເຄື່ອງ ຊື້ຫຍັງ ກໍຄືເກົ່າ, ກໍລົງໜ້ອຍນໜຶ່ງ ເປັນພວກບໍລິໂພກ, ອຸປະໂພກ ນີ້ແຫຼະ. ອັນນີ້, ນ້ອງກໍບໍ່ເຂົ້າໃຈຄືກັນ ກໍອາດຊິເປັນນໍາເງິນ ອີກສ່ວນໜຶ່ງ.”
ແລະ ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກໍເວົ້າວ່າ ເລື່ອງການຂຶ້ນ ລາຄາສິນຄ້າ ຂຶ້ນເລັກຂື້ນໜ້ອຍ ເຂົາກໍບໍ່ເອົາເລື່ອງກັນ. ການຄວບຄຸມ ລາຄາສິນຄ້າ ຢູ່ໃນເມືອງ ກໍພໍຄຸມໄດ້ດີຢູ່, ແຕ່ຢູ່ເຂດນອກ ຈະບໍ່ມີການຄວບຄຸມ ກັນປານໃດ ແລະ ວ່າ ຄ່າຄອງຊີບ ຢູ່ບ້ານເຮົາ ແພງຫຼາຍ ເງິນເຮົາແຮງເຟີ້, ກໍອຸກໃຈຢູ່.
“ເຂົາເຈົ້າຊື້ຫ້າ, ຊື້ສິບ, ຊື້ໜ້ອຍໆ ເຂົາຈະບໍ່ເອົາເລື່ອງກັນ, ຫັ້ນນ່າ. ແລ້ວໄປ, ແລ້ວໄປ, ຫັ້ນນ່າ, ສ່ວນຫຼາຍ ຄົນລາວ ບໍ່ສູ້ເອົາເລື່ອງກັນ. ຄັນບ່ອນໃຫຍ່ແທ້ ຄືໃນເມືອງ ເຂົາເຈົ້າຄວບຄຸມໄດ້ດີ. ທາງນອກ ສ່ວນຫຼາຍ ມັນຈະບໍ່ໄດ້ຄວບຄຸມ ກັນປານໃດນ່າ. ໂອ້ຍ, ໃຈກໍຢາກຫຼຸດເນາະ ຄ່າຄອງຊີບ ຂອງບ້ານເຮົາ ມັນແພງຫຼາຍ. ໂອ້, ເງິນເຮົາແຮງເຟີ້, ເອື້ອຍກໍອຸກໃຈຢູ່ເດ.”
ນາງເວົ້າຕື່ມວ່າ ນໍ້າລ້າ, ເບຍ ທີ່ຜະລິດເອງໄດ້ພາຍໃນ ແລະ ກະຕ່າຂອງຂວັນ ອວຍພອນປີໃໝ່ ທີ່ມີນົມ, ນໍ້າຫວານ, ເຄື່ອງດື່ມຊູກໍາລັງ ທີ່ເປັນສິນຄ້າ ຈາກຕ່າງປະເທດ ແລະ ເຄື່ອງຂອງອື່ນໆ ເປັນແນວກິນ, ແນວໃຊ້ ກໍຂຶ້ນລາຄາ ໃນໄລຍະ ບຸນປີໃໝ່ສາກົນ ນີ້ຄືກັນ.
ລາຄາເຂົ້າສານ ປະເພດຕ່າງໆ ທີ່ຕະຫຼາດສົດ ແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. (TS) ເດືອນກໍລະກົດ 2024 Credit photos: (RFA)
ເພື່ອປ້ອງກັນ ແລະ ຄວບຄຸມ ລາຄາສິນຄ້າ ອຸປະໂພກ ບໍລິໂພກ ບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາ ແລະ ກັກຕຸນສິນຄ້າ ຢູ່ຕາມທ້ອງຕະຫຼາດ ໃນໄລຍະ ແຕ່ບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ 2025 ຈົນຮອດບຸນປີໃໝ່ຈີນ ບຸນປີໃໝ່ຫວຽດນາມ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກໍໄດ້ຕິດຕາມ, ກວດກາ ຢູ່ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ໃນມື້ວັນທີ 29 ທັນວານີ້.
ພ້ອມກັນນັ້ນ, ໜັງສືພິມລາວພັດທະນາ ກໍໄດ້ໃຫ້ເບີໂທລະສັບ ບອກບ່ອນແຈ້ງຄວາມ ໃຫ້ຮູ້ ກໍລະນີເຫັນ ການຂຶ້ນລາຄາສິນຄ້າ ຫຼືຕິດລາຄາສິນຄ້າ ເກີນກໍານົດ ແລະ ກັກຕຸນສິນຄ້າ ເພື່ອຂຶ້ນລາຄາ ຢູ່ນະຄອນຫຼວງວຽງຈັນ.
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ, ແຕ່ບໍ່ສາມາດ ຕິດຕໍ່ໄດ້.