ຂ.ໄຊຍະບຸຣີຈະມີງານ ຊ້າງ 2019
ແຂວງໄຊຍະບຸຣີ ຈະຈັດງານຊ້າງ ໃນເດືອນກຸມພາ ຈະມາເຖິງ ຊຶ່ງປີນີ້ ເປັນປີພິເດ ຈະຈັດໃຫ້ ມີການສະແດງ ຊ້າງ ເຖິງ 70 ໂຕ.
-
ອະວາຣີ
2018-12-31 -
-
-
Your browser doesn’t support HTML5 audio
ແຂວງໄຊຍະບຸຣີ ຈັດງານບຸນຊ້າງທຸກໆປີ ແລະໃນປີ 2019 ຈະມາເຖິງນີ້ ຄນະປົກຄອງແຂວງໄຊຍະບຸຣີ ກໍຈະຈັດຂຶ້ນ ໃນທ້າຍເດືອນກຸມພາ ທີ່ເມືອງໄຊຍະບຸຣີ.
ກ່ຽວກັບບຸນຊ້າງເທື່ອນີ້ ຂ້າພະເຈົ້າໄດ້ສຳພາດພະນັກງານ ຕ້ອນຮັບໂຮງແຮມແຫ່ງນຶ່ງ ໃນແຂວງໄຊຍະບຸຣີ ຊຶ່ງຜູ້ກ່ຽວ ບອກວ່າ ປີນີ້ ເປັນປີພິເສດ ຈະຈັດໃຫ້ມີ ການສະແດງຊ້າງເຖິງ 70 ໂຕ. ນອກຈາກນັ້ນ ຂ້າພະເຈົ້າຍັງໄດ້ຖາມກ່ຽວກັບ ຄວາມຄືບໜ້າ ຂອງການສ້າງສວນອຸທິຍານຊ້າງ ຂອງບໍຣິສັດຈີນ ທີ່ເລິ້ມສ້າງສູນ ດັ່ງກ່າວເມື່ອ ເດືອນສິງຫາຜ່ານມາ. ເຊີນຟັງບົດສຳພາດ.
ນອກຈາກກິຈກັມ ທີ່ກ່າວມາໃນບົດສຳພາດນັ້ນແລ້ວ ງານມະຫາກັມຊ້າງ ໃນເດືອນສອງຈະມາເຖິງນີ້ ຍັງຈະມີການ ສະແດງ ອາບນ້ຳໃຫ້ຊ້າງ ບາສີສູ່ຂວັນໃຫ້ຊ້າງ ສະແດງສິລປະວັທນາທັມທ້ອງຖິ່ນ ແລະນັກທ່ອງທ່ຽວ ກໍສາມາດຂີ່ ຊ້າງອ້ອມເດີ່ນໄດ້.
ກ່ຽວກັບສວນອຸທິຍານຊ້າງ ບໍຣິສັດລົງທຶນພັທນາການທ່ອງທ່ຽວ ຈີນ-ລາວ ຈັດພິທີສະແດງຮູບພາບໂຄງການສ້າງ ສູນຂຍາຍພັນຊ້າງ ຫລືສວນອຸທິຍານຊ້າງ ເມື່ອ ເດືອນສິງຫາປີກາຍ ຢູ່ເມືອງໄຊຍະບຸຣີ. ຕາມຮູບພາບສະແດງນັ້ນ ນອກຈາກຣີຊອດ ແລະແຄ໊ມຊ້າງແລ້ວ ສວນອຸທິຍານຊ້າງ ຍັງຈະມີເດິ່ນສະແດງຊ້າງ ສູນຕ້ອນຮັບນັກທ່ອງທ່ຽວ ຮ້ານອາຫານ ໂຮງຮຽນຝຶກຊ້າງ ແລະປ້ອມຕຳຣວດ ເພື່ອຮັກສາຄວາມປອດພັຍ ໃຫ້ຊ້າງ ແລະນັກທ່ອງທ່ຽວ.
ເຈົ້າໜ້າທີ່ແຂວງໄຊຍະບຸຣີ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ສະແດງຄຳຄິດຄຳເຫັນກັບຂ້າພະເຈົ້າວ່າ ຈຸດປະສົງອັນແທ້ຈິງ ຂອງບໍຣິສັດຈີນ ໃນການສ້າງສວນອຸທິຍານ ຊ້າງນັ້ນ ແມ່ນເພື່ອສ້າງເປັນ ສະຖານທີ່ທ່ອງທ່ຽວ ເປັນທຸຣະກິດເພື່ອ ຫາເງິນຫາກຳໄຣ ບໍ່ແມ່ນເພື່ອອະນຸຮັກ ແລະຂຍາຍພັນຊ້າງຢ່າງແທ້ຈິງ.