ບຸນປີໃໝ່ລາວ ທີ່ການາດາ ແລະ ສະຫະຣັຖ
ບຸນປີໃໝ່ລາວ ຊາວລາວ ໃນທົ່ວໂລກ ພາກັນສລອງ ຢ່າງເບີກບານ ມ່ວນຊື່ນ. ສ່ວນຫຼາຍ ໃນຕ່າງປະເທດ ຈະພາກັນ ຈັດຢູ່ຕາມວັດຕ່າງໆ ຊຶ່ງມີທັງ ພິທີສາສນາ, ການເລືອກ ນາງສັງຂານ ແລະ ສະແດງ ສິລປະ ຕົນຕຣີ.
-
ສຸພັດຕາ
2019-04-09 -
-
-
Your browser doesn’t support HTML5 audio
ໃນໂອກາດບຸນປີໃໝ່ລາວ ພ.ສ. 2562 ນີ້ ຊາວລາວ ທັງຢູ່ພາຍໃນແລະນອກປະເທສ ຮວມທັງສະຫະຣັຖອາເມຣິກາ ແລະ ການາດາ ຊຸມຊົນຊາວລາວ ພາກັນສລອງ ຢູ່ບ້ານເຮືອນ ແລະວັດວາຕ່າງໆ ຕາມຮີດຄອງປະເພນີອັນດີງາມຂອງລາວ, ກ່ຽວກັບວ່າ ການສລອງ ບຸນປີໃໝ່ລາວ ເປັນໄປຄືແນວໃດນັ້ນ ຂ້າພະເຈົ້າ ສຸພັດຕາ ໄດ້ຂໍສໍາພາດ ພຣະອາຈານ ຢູ່ວັດລາວ ທີ່ການາດາ 2 ວັດ ແລະ ທີ່ປຶກສາ ຢູ່ວັດລາວ ທີ່ສະຫະຣັຖ ອະເມຣິກາ, ຊຶ່ງເບື້ອງຕົ້ນ ພຣະອາຈານ ບຸນມາ ແສງຈັນ ຜູ້ຊ່ວຍເຈົ້າອາວາດ ວັດລາວ ເວລຸວານະຣາມ ທີ່ເມືອງ ໂຕລອນໂຕ, ແຂວງອອງໂຕລິໂອ ປະເທດການາດາ, ພະອາຈານ ໄດ້ກ່າວເຖິງຄວາມສໍາຄັນ ຂອງບຸນປີໃໝ່ລາວ ນັ້ນວ່າ:
ພຣະອາຈານ ຄໍາມູນ ກິຕຕິປັນໂຍ ເຈົ້າອາວາດ ວັດປ່າ ເທບບັນດົນ ທີ່ເມືອງ ແຊ້ງຈູລຽນ, ແຂວງ ເກເບັກ ປະເທດ ການາດາ ກໍໄດ້ກ່າວ ກ່ຽວກັບ ພິທີທາງສາສນາ ແລະ ຄວາມໝາຍ ຂອງປີໃໝ່ລາວ ພ້ອມທັງການສລອງນັ້ນວ່າ:
ແລະໃນຂນະດຽວກັນ ຊຸມຊົນຊາວລາວ ຢູ່ປະເທດ ສະຫະຣັຖອາເມຣິກາ ກໍມີການສເລີມ ສລອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ ດັ່ງທ່ານ ບຸນຄົງ ອິດທິພົລ, ຊຶ່ງປຶກສາ ຢູ່ວັດລາວ ທັມມສັຈຈະ ທີ່ເມືອງ ແຝສດໂນ, ຣັຖແຄລິຟໍເນັຽ ໄດ້ກ່າວເຖິງ ຮີດຄອງປະເພນີ ກ່ຽວກັບບຸນປີໃໝ່ລາວວ່າ:
ທີ່ທ່ານຜ່ານໄດ້ຮັບຜ່ານນັ້ນ ແມ່ນການສໍາພາດກ່ຽວກັບການສເລີມສລອງບຸນປີໃໝ່ລາວ ພ.ສ 2562 ທີ່ປະເທດການາ ແລະ ສະຫະຣັຖອາເມຣິກາ ສະບາຍດີປີໃໝ່.