ວິຈັຍປວັດສາດລາວ ບົດທີ 78
ວິຈັຍປວັດສາດລາວ ບົດທີ 78 ບັນດາ ມະຫາອຳນາດ ພາກັນຍາດແຍ່ງຜົນປໂຍດ ໃນພາກພື້ນ ສຸວັນນະພູມ ແລະແຜ່ນດິນໃຫຍ່ ຣາຊວົງຊິງ. ສຳຄັນກ່ອນໝູ່ ກໍແມ່ນ 2 ມະຫາອຳນາດ ອັງກິດ ແລະ ຝລັ່ງ.
-
ຈເຣີນສຸຂ
2017-11-08 -
-
-
ຄ້ອງບັ້ງສຳລິດ ສມັຍອ້າຍລາວ ເມືອງແຖນ (ໄຕຈ້ວງກຳລັງຕີກອງ) ໑໒໒ ກ່ອນ ຄ.ສ. (BC) - ໗໘ ຫຼັງ ຄ.ສ. (AD) ໃຊ້ຕີ ສັນຍານພັຍ ຕີເຂົ້າເສິກ. ຍັງໃຊ້ ຕີສົ່ງວິນຍານ ທະຫານແຖນ ທີ່ລົ້ມຕາຍ ໃນສນາມຣົບ. ຄ້ອງນີ້ ມີວິນຍານ ຕາມຊາວແຖນ ເຊື່ອຖືກັນ. ໄຕຈ້ວງ ຍັງເຊື່ອຖືກັນ ຢູ່.
ຖ່າຍພາບ ໂດຍ ສດ
Your browser doesn’t support HTML5 audio
ວິຈັຍປວັດສາດລາວ ບົດທີ 78. ບັນດາ ມະຫາອຳນາດ ພາກັນຍາດແຍ່ງຜົນປໂຍດ ໃນພາກພື້ນ ສຸວັນນະພູມ ແລະ ແຜ່ນດິນໃຫຍ່ ຣາຊວົງຊິງ. ສຳຄັນກ່ອນໝູ່ ກໍແມ່ນ 2 ມະຫາອຳນາດ ອັງກິດ ແລະ ຝລັ່ງ. ຝລັ່ງສາມາດ ຄຸມສຸວັນນະພູມ ຕາເວັນອອກ ໄດ້ຊື່ວ່າ “ອິນໂດຈີນຝລັ່ງ” ໃນນີ້ກໍມີລາວ ສ່ວນອັງກິດ ບໍ່ສາມາດ ແຜ່ອິດທິພົນ ມາເຖິງ ເຂດດັ່ງກ່າວ ກໍຢູ່ ສຸວັນນະພູມ ຕາເວັນຕົກ ເອີ້ນວ່າ: “ອິນໂດຈີນອັງກິດ”. ຄົ້ນຄວ້າຕື່ມ ແລະ ວິຈັຍ ໂດຍນາລິນ. ສເນີ ໂດຍ ຈເຣີນສຸຂ.