ການສົ່ງເສີມ ປະເພນີ, ວັທນະທັມ ແລະ ພາສາລາວ: New South Wales

ປະທານສະມາຄົມ ສົ່ງເສີມ ຊຸມຊົນລາວ ແຫ່ງຣັຖ New South Wales (NSW), ປະເທດອັອສເຕຣເລັຽ ຈະເລົ່າສູ່ຟັງ ກ່ຽວກັບ ການສົ່ງເສີມ ປະເພນີ, ວັທນະທັມ ແລະ ພາສາລາວ.

ທ່ານ ບຸນທັມ ວົງໄຊຍາ ປະທານ ສະມາຄົມສົ່ງເສີມ ຊຸມຊົນລາວ (NSW) ແຫ່ງຣັຖ New South Wales (NSW) ປະເທດອັອສເຕຣເລັຽ.

ສະມາຄົມສົ່ງເສີມ ຊຸມຊົນລາວ ແຫ່ງຣັຖ New South Wales (NSW) ກໍ​ແມ່ນນຶ່ງ ​ໃນ​ຫລາຍໆສະ​ມາ​ຄົມ​ລາວ ໃນ​ປະ​ເທດ ອັອ​ສ​ເຕ​ຣ​ເລັຽ ທີ່​ຊ່ອຍ​ເຫລືອ ຊາວ​ລາວ ທີ່ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່. ຣາຍ​ການ “ຊີ​ວິຕ​ຊາວ​ລາວ ໃນ​ຕ່​າງ​ແດນ” ໃນ​ສັ​ປ​ດາ​ນີ້, ປະ​ທານ​ສະ​ມາ​ຄົມ ດັ່ງ​ກ່າວ ຈະ​ເລົ່າ​ສູ່​ຟັງ ກ່ຽວ​ກັບ ການ​ສົ່ງ​ເສີມ ປະ​ເພ​ນີ, ວັ​ທ​ນະ​ທັມ ແລະ​ພາ​ສາ​ລາວ ເພື່ອ​ໃຫ້​ຄົນ​ຮຸ່ນ​ໃໝ່ ໄດ້​ສືບ​ສານ ແລະ ເຜີຍ​ແຜ່ ຄວາມ​ເປັນ​ລາວ ໃນ​ປະ​ເທດ ອັອ​ສ​ເຕ​ຣ​ເລັຽ.

ໂພໄຊສວັດ ມີ​ສັມ​ພາດ ມາ​ສ​ເນີ​ທ່ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org