ບຸນຊ່ວງເຮືອທີ່ເມືອງໂລແວລ ຣັຖ ແມສຊາຈູແຊັຕ
ງານ ບຸນຊ່ວງເຮືອ ຂອງ ຊາວລາວ ທີ່ ເມືອງ ໂລແວລ ຣັຖ ແມສຊາຈູແຊັຕ ດໍາເນີນໄປ ຢ່າງຄຶກຄື້ນ ແລະ ມ່ວນຊື່ນ.
-
ຈໍາປາທອງ
2014-08-19 -
-
-
Your browser doesn’t support HTML5 audio
ຊາວລາວ ອະເມຣິກັນ ແລະ ຊາວ ກັມພູຊາ ອະເມຣິກັນ ຮ່ວມກັນ ຈັດງານ ບຸນຊ່ວງເຮືອ ປະຈໍາປີ ຂຶ້ນ ຢູ່ແຄມ ແມ່ນໍ້າ ແມຣີແມັກ ເມືອງ ໂລແວລ ຣັຖ ແມສຊາຈູແຊັຕ ສະຫະຣັຖ ອະເມຣິກາ ໃນວັນທີ 16 ສິງຫາ 2014. ຕາມແຄມ ທາງຍ່າງ ມີຮ້ານ ຂາຍເຄື່ອງກິນ ນາໆຊນິດ ຮວມທັງ ນໍ້າອ້ອຍສົດ ນໍ້າໝາກ ພ້າວອ່ອນ ມີການ ຂາຍເບັ້ຽຜັກ ແລະ ເບັ້ຽດອກໄມ້ ແລະ ຕົ້ນໄມ້ ຫລາຍຢ່າງ ລຽນກັນ ເປັນແຖວ. ມີ ໂຄສະນາ ຂາຍສິນຄ້າ ໃໝ່ຕ່າງໆ ແລະ ມີທັງການ ເສບ ດົນຕຣີ ຮ້ອງລໍາ ຄົບງັນ ມ່ວນຊື່ນ.
ບຸນຊ່ວງເຮືອ ປີນີ້ ຕາມ ຄໍາເວົ້າ ຂອງທ່ານ ສຸກສໍາລານ ດວງຈັນດີ ຊາວລາວ ອະເມຣິກັນ ຈາກ ຄນະຊ່ວງເຮືອ ຊື່ວ່າຄນະ ຄົນຈິງໃຈ ວັດ ພຸທພາວະນາ ເມືອງ ໂລແວລ ແລ້ວວ່າ ມ່ວນຫຼາຍ:
"ມ່ວນຫລາຍ ຫາກມີແຕ່ 4 ທີມ ຂ້ອຍກະເປັນ ຄົນ ຂັດທ້າຍ ຊ່ວງນີ້ ຊ່ວງຄູ່ປີ ໃດນໍ ເອີຄູ່ປີ ບໍ່ມີພິເສດ ຫລືວ່າ ຄືກັນ ກັບທຸກປີ ຜ່ານມາ ຄືກັນກັບ ທຸກປີ ຜ່ານມາ ມີແຕ່ວ່າ ໜ້ອຍ ທີມ ໜ້ອຍ".
ການຊ່ວງເຮືອ ຢູ່ ແມ່ນໍ້າ ແມຣີແມັກ ປີນີ້ ດໍາເນີນໄປ ໃນບັນຍາກາດ ເບີກບານ ມ່ວນຊື່ນ. ອາກາດ ອໍານວຍ ລົມພັດ ເຢັນສະບາຍ ຜູ້ຄົນ ທີ່ ເຂົ້າຮ່ວມຊົມ ທັງຫຼາຍ ຕ່າງກໍມີ ເບີກບານ ໃຈ. ສາມີ-ພັລຍາ ຈາກຣັຖ ນິວແຮັມເຊີ ກ່າວເຖິງ ບຸນຊ່ວງເຮືອ ນີ້ວ່າ ມີມາໄດ້ ປະມານ 20 ປີແລ້ວ ໂດຍມີ ຊຸມຊົນ ຊາວລາວ ເປັນຜູ້ ລິເລີ່ມ ຕໍ່ມາ ກໍຜັດປ່ຽນກັນ ເປັນ ເຈົ້າພາບ ຈັດກັບ ກັມພູຊາ:
"ແຕ່ມັນເປັນ ຂອງຄົນລາວ ເຮັດນະ ຄົນລາວ ເລີ່ມກ່ອນ ພວກຂເມນ ມານໍາຫລັງ ເຮືອເຂົາມີ ເຮືອລາວ ກໍມີ ມາເບິ່ງ ແຂ່ງເຮືອ ມາເບິ່ງຄົນ ຄົນຫລາຍ".
ງານບຸນ ຊ່ວງເຮືອ ປີນີ້ ກໍຄືປີ ທີ່ ຜ່ານໆມາ ມີຜູ້ຄົນ ທັງຊາວລາວ ຊາວ ກັມພູຊາ ຈາກ ຣັຖຕ່າງໆ ໃນ ສະຫະຣັຖ ແລະ ຊາວຕ່າງຊາດ ມາຮ່ວມຊົມ ຢ່າງ ໜາແໜ້ນ.