ຊາວລາວຈັດບຸນຊ່ວງເຮືອ ຢູ່ ມ.ລໍຕັນ

ບຸນຊ່ວງເຮືອ ປະເພນີ ລາວ ຖືກຈັດຂຶ້ນ ທີ່ອ່າວໂພຫິກ, ເມືອງລໍຕັນ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ວັນທີ 10 ກັນຍາ 2017

ບຸນຊ່ວງເຮືອ ປະເພນີລາວ ຖືກຈັດຂຶ້ນທີ່ ອ່າວໂພຫິກ, ເມືອງລໍຕັນ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 10 ກັນຍາ 2017 RFA

ຄນະກັມມະການ ອຸປຖັມວັດລາວ ເວີຈິເນັຽ ແລະຄນະກັມມະການ ຈັດງານ ບຸນຊ່ວງເຮືອ ຮ່ວມກັນ ຈັດບຸນຊ່ວງເຮືອ ຄັ້ງທີ 4 ຂຶ້ນ ທີ່ສວນ ສາທາຣະນະ ອ່າວໂພຫິກ, ເມືອງລໍຕັນ, ຣັຖເວີຈິເນັຽ ໃນຂົງເຂດນະຄອນຫຼວງ ວໍຊິງຕັນດີຊີ ສະຫະຣັຖອະເມຣິກາ ໃນມື້ວັນທີ 10 ກັນຍາ 2017 ແຕ່ເວລາ 10 ໂມງເຊົ້າ ເຖິງ 4 ໂມງແລງ.

ທ່ານ ຈຳປາ ຈັນທະວົງ ປະທານຄນະກັມມະການ ອຸປຖັມວັດລາວ ເວີຈິເນັຽ ກ່າວຕໍ່ວິທຍຸເອເຊັຍເສຣີ ເຖິງຄວາມສຳຄັນ ຂອງງານບຸນ ຊ່ວງເຮືອ ຄັ້ງນີ້ວ່າ:

ທ່ານ ຈອນ ຄຳພູມີ ຊາວລາວ ຈາກຣັຖເພັນຊີເວເນັຍ ທີ່ມາຮ່ວມງານບຸນ ແລະທັງເປັນຜູ້ນຶ່ງ ທີ່ລົງເຮືອແຂ່ງຂັນ ກໍສະແດງຄວາມຮູ້ສຶກ ຂອງຕົນອອກມາວ່າ:

ບຸນຊ່ວງເຮືອຄັ້ງນີ້ ເລີ້ມຕົ້ນດ້ວຍພິທີທາງສາສນາ, ໄຫວ້ພຣະ, ສະມາທານສີລ ຖວາຍສັງຄະທານ ໃນເວລາ 10 ໂມງເຊົ້າ:

ພຣະອາຈານ ທອງວັນ ດາລາວົງ ເຈົ້າອະທິການວັດລາວເວີຈິເນັຍ ກ່າວເຖິງຄວາມໝາຍ ຂອງບຸນຊ່ວງເຮືອນີ້ວ່າ:

ການຊ່ວງເຮືອຄັ້ງທີ 4 ທີ່ອ່າວໂພຫິກ, ເມືອງລໍຕັນ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 10 ກັນຍາ 2017 ນີ້ ເລີ້ມຂຶ້ນແຕ່ເວລາ 12 ໂມງ 30 ນາທີ ແລະມີກຳນັດຈົບລົງ ເວລາບ່າຍ 4 ໂມງແລງ. ເວລາທີ່ ລາຍງານຢູ່ນີ້ ແມ່ນກຳລັງມີການ ຊ່ວງເຮືອກັນຢູ່ ແລະບັນດາ ຜູ້ເຂົ້າຮ່ວມ ຈຳນວນຫລວງຫລາຍ ທັງຊຸມຊົນລາວ ແລະຊາວຕ່າງປະເທສ ໃນຂົງເຂດ ວໍຊິງຕັນ ດີຊີ ແລະທັງ ມາຈາກຣັຖອ້ອມແອ້ມ ກຳລັງພາກັນ ເບິ່ງການແຂ່ງຂັນ ຊ່ວງເຮືອຢ່າງເບີກບານມ່ວນຊື່ນ..ສ່ຽງໃນງານບຸນ:

ໃນປີ້ນີ້ 2017 ນີ້ ວັດລາວເວິຈິເນັຍ ແລະອອກຕົນຍາດໂຍມ ໄດ້ພ້ອມພຽງກັນສ້າງເຮືອຊ່ວງ 4 ລຳ ທີ່ເຮັດໃຫ້ ບຸນຊ່ວງເຮືອ ຊຶ່ງເປັນບຸນ ປະເພນີ ອັນດີງານ ຂອງຊາວລາວ ທີ່ສືບທອດກັນມາແຕ່ ດົນນານ ເພື່ອຄວາມສາມັກຄີ, ຮັກແພງ ແລະຊ່ວຍເຫຼືອ ຊຶ່ງກັນແລະກັນ ເປັນ ຢ່າງດີ ຕລອດມານັ້ນ ມີສີສັນຂື້ນຕື່ມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org