ຈະຖືກໃໝ, ຖ້າຈອດລົດ ຮັບ-ສົ່ງ ນັກທ່ອງທ່ຽວ ເກີນ 5 ນາທີ ໃກ້ປະຕູໄຊ

ພະແນກໂຍທາທິການ ແລະ ຂົນສົ່ງ ຫ້າມລົດຮັບ-ສົ່ງ ນັກທ່ອງທ່ຽວ ຈອດຮັບ-ສົ່ງ ຢູ່ບໍລິເວນປະຕູໄຊ ເກີນ 3-5 ນາທີ

ດ້ານໜ້າ ອານຸສາວະຣີ ຫຼື (ປະຕູໄຊ) ໃນນະຄອນຫຼວງວຽງຈັນ ຖືເປັນສະຖານທີ່ ທີ່ນັກທ່ອງທ່ຽວ ມັກມາແວ່ຢາມ ເມື່ອມາທ່ຽວ ປະເທດລາວ. (TS) ເດືອນຕຸລາ 2024 RFA

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ອອກແຈ້ງການ ຫ້າມລົດຮັບສົ່ງ ບໍລິການນັກທ່ອງທ່ຽວ ເປັນຕົ້ນ ລົດບັສ ແລະ ລົດຕູ້ ຈອດຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ບໍລິເວນປະຕູໄຊ ແລະ ສະຖານທີ່ໃກ້ຄຽງ ເກີນ 3-5 ນາທີ. ຫາກເກີນເວລາ ທີ່ກຳນົດ, ຈະຖືກປັບໃໝ 1 ຫາ 2 ລ້ານກີບ ຕໍ່ຄັນ ຕໍ່ຄັ້ງ, ອີງຕາມຄໍາເວົ້າ ຂອງຄົນຂັບລົດຕູ້ ນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມັງກອນ 2025.

“ເພິ່ນບໍ່ໃຫ້ຈອດ ຢູ່ບ່ອນນອກ, ແຕ່ວ່າ ເພິ່ນໃຫ້ຈອດ ສະເພາະຮັບຝາກຫັ້ນ, ບ່ອນລານ ທີ່ເພິ່ນເຮັດໃຫ້, ຫັ້ນນ່າ. ຖ້າຈອດຢູ່ຫັ້ນ ເພິ່ນຊິໃໝ ເພິ່ນວ່າ ເພາະວ່າ ມັນເກະກະເດ້, ມັນເປັນວົງວຽນໃຫຍ່ເຈົ້າ. ບາງເທື່ອ ມັນກໍເຕັມເຈົ້າ, ເຕັມແລ້ວ ເຮົາກໍຊອກບ່ອນອື່ນເອົາ, ເພິ່ນບໍ່ໃຫ້ຈອດ ຕາມວົງວຽນເພິ່ນເດ້.”

ປັດຈຸບັນ, ຢູ່ບໍລິເວນປະຕູໄຊ, ເຊິ່ງເປັນສະຖານທີ່ທ່ອງທ່ຽວ ສຳຄັນ ໃນນະຄອນຫຼວງວຽງຈັນ ບໍ່ມີບ່ອນຈອດລົດ ພຽງພໍ ສໍາລັບລົດບໍລິການ ທີ່ຮັບໃຊ້ ນັກທ່ອງທ່ຽວ ຍ້ອນເສັ້ນທາງ ໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ມີຄວາມຄັບແຄບ ແລະ ແອອັດ ຈຶ່ງບໍ່ສາມາດຂະຫຍາຍ ບ່ອນຈອດລົດອອກໄດ້ອີກ, ເຊິ່ງທີ່ຜ່ານມາ ມີການຈອດລົດ ຕາມແຄມທາງ ບໍລິເວນ ວົງວຽນປະຕູໄຊ ເພື່ອຮັບ-ສົ່ງ ນັກທ່ອງທ່ຽວ ຈຶ່ງເຮັດໃຫ້ ການຈະລາຈອນ ຕິດຂັດ.

ສຳລັບມາດຕະການ ດັ່ງກ່າວ, ໄດ້ເລີ່ມປະຕິບັດ ແຕ່ວັນທີ 23 ທັນວາ 2024, ໂດຍບັງຄັບໃຊ້ ຢູ່ແຕ່ບໍລິເວນປະຕູໄຊ ແລະ ບໍລິເວນໃກ້ຄຽງ ເປັນຕົ້ນ ວັດສີສະເກດ, ວັດສີເມືອງ. ສ່ວນຢູ່ທາງ ສະຖານທີ່ທ່ອງທ່ຽວ ບ່ອນອື່ນໆ ໃນນະຄອນຫຼວງວຽງຈັນ ທີ່ມີບ່ອນຈອດລົດ ພຽງພໍ ແລະ ບໍ່ໄດ້ມີການ ຈອດລົດແຄມທາງ ບໍ່ໄດ້ມີການ ເຮັດມາດຕະການ ດັ່ງກ່າວເທື່ອ. ດັ່ງຄົນຂັບລົດຕູ້ ນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“ບໍ່ໄດ້ໆ, ຕ້ອງໄດ້ຈອດ ບ່ອນເຂົາຮັບຈອດ. ແມ່ນໆ, ບ່ອນອື່ນ ສະຖານທີ່ ມັນກວ້າງຂວາງເດ້, ສະຖານທີ່ກວ້າງ. ແມ່ນ, ບ່ອນນັ້ນ ສະຖານທີ່ມັນແຄບ ບ່ອນຈອດລົດບໍ່ມີ ເພາະຄັນເວລາ ລົດບັສໄປຈອດ ເຮັດໃຫ້ລົດຕິດ. ແມ່ນ, ລົດບັສ ຈອດຢູ່ແຄມທາງເລີຍ.”

ຂະນະທີ່ ພະນັກງານນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ເປັນໄລຍະ ລະດູການທ່ອງທ່ຽວ ໃນປະເທດລາວ ເຮັດໃຫ້ມີນັກທ່ອງທ່ຽວ, ໂດຍສະເພາະ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວຫຼາຍ ເຮັດໃຫ້ມີລົດແອອັດ ຢູ່ບໍລິເວນ ສະຖານທີ່ທ່ອງທ່ຽວ ສຳຄັນ ໃນນະຄອນຫຼວງວຽງຈັນ ທັງປະຕູໄຊ ແລະ ບ່ອນອື່ນໆ, ແຕ່ບໍ່ມີ ບ່ອນຈອດລົດ ພຽງພໍ ເຮັດໃຫ້ຄົນຂັບລົດ ຕ້ອງໄດ້ຊອກຫາ ບ່ອນຈອດລົດ  ຮອບນອກ ເພື່ອຈອດລໍຖ້າ ນັກທ່ອງທ່ຽວ. ດັ່ງທ່ານກ່າວວ່າ:

“ບ່ອນຈອດລົດທ່ອງທ່ຽວ ສຳລັບນະຄອນຫຼວງວຽງຈັນ ກໍນັກທ່ອງທ່ຽວ ມັນກໍຫຼາຍ ມັນກໍຂ້ອນຂ້າງ ຈະແອອັດ, ແຕ່ວ່າ ທີ່ຈອດລົດ ມັນກໍຍັງແຄບ ຫັ້ນແຫຼະ, ແຕ່ວ່າ ເພິ່ນກໍຈັດສັນ ຈະມີເຈົ້າໜ້າທີ່ ທີ່ເພິ່ນຈັດສັນໃຫ້ ເພິ່ນປະຈຳ. ແມ່ນໆ, ຖ້າລົດຫຼາຍ ໄດ້ເອົານັກທ່ອງທ່ຽວລົງ ແລ້ວໄປຈອດຮອບນອກ.”

ມາດຕະການນີ້, ຈະດຳເນີນຕໍ່ໄປ ຢູ່ບໍລິເວນປະຕູໄຊ ແລະ ສະຖານທີ່ໃກ້ຄຽງ ເພື່ອໃຫ້ສະພາບ ການຈະລາຈອນ ໃນນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບ ຫຼາຍຂຶ້ນ. ດັ່ງເຈົ້າໜ້າທີ່ຕຳຫຼວດ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“ໂອ, ເພິ່ນບໍ່ໃຫ້ຈອດເດີ້. ມີແຕ່ເຈົ້າໄປຈອດ ເອົາຄົນລົງ ແມ່ນຫຍັງ ແລ້ວກໍໃຫ້ຍ້າຍໄປ ຈັດສັນບ່ອນທີ່ເພິ່ນໃຫ້ຈອດຫັ້ນ. ສະຖານທີ່ ຢູ່ນະຄອນຫຼວງ ເປັນເບີດເດ້. ແມ່ນແລ້ວ, ວັດສີສະເກດ, ວັດສີເມືອງ ຖ້າແມ່ນເສັ້ນແຄມທາງ ມັນກີດຂວາງ ການສັນຈອນ ແລ້ວເພິ່ນໃຫ້ຫຼີກລ້ຽງ.”

ໃນແຈ້ງການດຽວກັນນີ້, ຍັງຫ້າມ ບໍ່ໃຫ້ຖິ້ມຂີ້ເຫຍື້ອ ຊະຊາຍ ໃສ່ຖະໜົນ-ຫົນທາງ ແລະ ສະຖານທີ່ ສາທາລະນະ ແລະ ກຳນົດໃຫ້ ພາຫະນະ ທຸກຊະນິດ ຕັ້ງແຕ່ 3 ລໍ້ຂຶ້ນໄປ ຕ້ອງມີຖົງ ຫຼື ພາຊະນະ ໄວ້ໃສ່ຂີ້ເຫຍື້ອ. ຜູ້ລະເມີດ ຈະຖືກປັບໃໝ ຕັ້ງແຕ່ 1 ລ້ານ ຫາ 5 ລ້ານກີບ ຕໍ່ຄັນຕໍ່ຄັ້ງ.

ກ່ອນໜ້ານີ້, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍໄດ້ອອກມາດຕະການ ຄ້າຍຄືກັນ ເພື່ອປ້ອງກັນ ບັນຫາການຖິ້ມຂີ້ເຫຍື້ອ ຊະຊາຍ ໃນຕົວເມືອງ, ໂດຍໄດ້ມີ ການຕິດຕັ້ງ ກ້ອງວົງຈອນປິດ ບໍລິເວນບ່ອນທີ່ມີ ການຖິ້ມຂີ້ເຫຍື້ອ ຊະຊາຍຫຼາຍ. ຫາກນັກທ່ອງທ່ຽວ ເປັນຜູ້ຖິ້ມ, ເຈົ້າຂອງລົດ ຫຼື ບໍລິສັດ ດຳເນີນທຸລະກິດ ດ້ານທ່ອງທ່ຽວ ເປັນຜູ້ຮັບຜິດຊອບ ແທນນັກທ່ອງທ່ຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org