ການປັບປ່ຽນຮູບແບບ ການຂຽນພາສາລາວ ຂອງວິທຍຸເອເຊັຽເສຣີ

ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່ທາງຄະນະບໍລິຫານ ວິທຍຸເອເຊັຽເສຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.

ການຂຽນພາສາລາວເກົ່າ ແລະ ລາວໃໝ່. ເດືອນພຶດສະພາ 2024. RFA

ສະ​ບາຍ​ດີ ທ່ານຜູ້ຟັງ ທີ່ເຄົາລົບ...

ຂ້າ​ພະ​ເຈົ້າ ຈ​ເຣີນ​ສຸ​ຂ, ຜູ້ອຳ​ນວຍ​ການ ວິ​ທ​ຍຸເອ​ເຊັຽເສ​ຣີ, ພະ​ແນກພາ​ສາ​ລາວ, ໄດ້​ຖືກມອບ​ໝາຍ ໃຫ້​ອ່ານ ຄຳ​ປະ​ກາດ ກ່ຽວກັບ ການ​ຕັດ​ສິນ​ໃຈ ຂອງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອເຊັຽເສ​ຣີ, ກ່ຽວ​ກັບ ການ​ໃຊ້​ພາ​ສາ​ລາວໃໝ່, ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ, ໃນ​ລາຍ​ການ​ ຂອງວິ​ທ​ຍຸເອ​ເຊັຽເສ​ຣີ.

ພວກທ່ານ ອາດຮູ້ແລ້ວວ່າ ນັບແຕ່ ວັນທີ່ 30 ເດືອນມິນາ ປີ 2024 ເປັນຕົ້ນໄປ, ວິທຍຸເອເຊັຽເສຣີ (Radio Free Asia) ຈະປ່ຽນໄປໃຊ້ພາສາລາວໃໝ່, ​ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ ຫລື​ວ່າ ການ​ສະ​ກົດ, ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການບາງຢ່າງ ເປັນພາສາລາວເດີມ ແລະ ຍັງ​ຄົງ​ຮັກ​ສາການ​ສະ​ກົດ ຊື່ ຂອງວິ​ທ​ຍຸເອ​ເຊັເສ​ຣີ ໄວ້​ຄື​ເກົ່າ.

ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່​ທາງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອ​ເຊັຽເສ​ຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້​ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.

ການປ່ຽນແປງ ໃນເທື່ອນີ້ ເກີດຂຶ້ນ ໂດຍທີ່ທ່ານ ບໍ່ຕ້ອງສູນເສຍ ສິ່ງທີ່ທ່ານ ຄວນໄດ້ຮັບ ແລະ ຄາດຫວັງ: ນັ້ນກໍຄື ການສະເໜີຂ່າວ ທີ່ອຸທິດ ໃສ່ຄວາມຈິງ ແລະ ຄວາມໂປ່ງໃສ.

ພວກທ່ານ ຄວນໝັ້ນໃຈໄດ້ວ່າ ການສະເໜີຂ່າວ ແບບນັ້ນ ຈະດຳເນີນ ສືບຕໍ່ໄປ.

ຂອບໃຈ ທີ່ເລືອກຕິດຕາມ ວິທຍຸເອເຊັຽເສຣີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org