ເສັຽຊີວິດ 29 ຄົນ ຍ້ອນ​ອຸ​ບັດ​ຕິ​ເຫດ ໄລ​ຍະ​ປີ​ໃໝ່

ທົ່ວປະເທດ ມີຜູ້ເສັຽຊີວິດ 29 ຄົນ ຈາກອຸບັດຕິເຫດ ຕາມ​ທ້ອງ​ຖ​ນົນ ໃນໄລຍະ ສລອງປີໃໝ່ລາວ.

ການຫຼິ້ນສລອງມ່ວນຊື່ນ ຂອງຊາວລາວ ໃນເທສການ ປີໃໝ່ລາວ RFA/LX

ໃນໄລ​ຍະ ບຸນປີໃໝ່ ເປັ​ນ​ເວ​ລາ 3 ມື້ ຕັ້ງແຕ່ ວັນທີ 14, 15 ແລະ 16 ເມສາ 2018 ມີ ອຸບັດຕິເຫດເກີດຂຶ້ນ ຕາມທ້ອງຖນົນ ເກືອບ 200 ກໍຣະນີ, ໃນນັ້ນ ມີຜູ້ເສັຽຊີວິດ 29 ຄົນ, ໂດຍສເລັ່ຽແລ້ວ ເພີ່ມຈາກປີກາຍ​ນີ້ 7 ຄົນ. ສະເພາະ ໃນນະຄອນຫຼວງວຽງຈັນ ມີຜູ້ເສັຽຊີວິດ ທັງໝົດ 6 ຄົນ ຖືວ່າ ຫຼາຍກ່ວາແຂວງອື່ນໆ, ອີງຕາມຣາຍງານ ກົມຕໍາຣວດ ຈາຣະຈອນ ນະຄອນຫຼວງວຽງຈັນ ໃນວັນທີ 18 ເມສານີ້.

ສໍາລັບແຂວງຄໍາມ່ວນ ໜ່ວຍກູ້ພັຍ ຣາຍງານວ່າ ໃນໄລຍະ ການວ​ລອງປີໃໝ່ລາວ ນັບຕັ້ງແຕ່ ວັນທີ 11 ຫາ 17 ເມສາ 2018 ນີ້ ມີຜູ້ເສັຽຊີວິດ ຍ້ອນ ອຸບັດຕິເຫດ ຕາມທ້ອງຖນົນ 5 ຄົນ, ຊຶ່ງ​ສາເຫດ ຂອງອຸບັດຕິເຫດ ເກີດຈາກ ຣົດວີ່ໂກ໊ ຕໍາຣົດເມ ຢູ່ ຖນົນເລກທີ 13 ໃຕ້ ເມືອງທ່າແຂກ ໃນມື້ວັນທີ 15 ເມສາ ຜ່ານມາ, ດັ່ງ ເຈົ້າໜ້າທີ່ໜ່ວຍກູ້ພັຍ ແຂວງຄໍາມ່ວນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 18 ເມສາ ນີ້ວ່າ:

“ຄົນຕາຍ ອຸບັດຕິເຫດ ກໍມີແຕ່ ບ່ອນຣົດເມ ຕໍາກັບ ຣົດວີ່ໂກ໊ ຫັ້ນແຫລະ ມີແຕ່ເຫດການ ດຽວນີ້ ມີຄົນຕາຍຫລາຍ ບາງມື້ ກໍມີເປັນ 4-5, ບາງມື້ ກໍ 2 ເຫດ ຫຼືວ່າ ເຫດດຽວ ບາງມື້ ກໍບໍ່ມີເລີຽ ພວກເຮົາ ຍັງບໍ່ໄດ້ ສລຸບ.”

ໜ່ວຍກູ້ພັຍ ແຂວງຈໍາປາສັກ ຣາຍງານເພີ້ມວ່າ ໃນໄລຍະບຸນປີໃໝ່ລາວ ປີນີ້ ມີຜູ້ເສັຽຊີວິດ ຈາກເຫດຣົດຕໍາກັນ 3 ຄົນ, ສ່ວນຈໍານວນຄົນເຈັບ ແລະ ອຸບັດຕິເຫດ ຍັງບໍ່ມີຜົນສລຸບ ຢ່າງຣະອຽດເທື່ອ, ດັ່ງເຈົ້າໜ້າທີ່ ໜ່ວຍກູ້ພັຍ ແຂວງຈໍາປາສັກ ກ່າວວ່າ:

“ແຕ່ເຣີ່ມປີໃໝ່ມາ ມີແຕ່ 3 ສົພ ອຸບັດຕິເຫດ ຈະເປັນແບບ ວ່າ ຣົດຕໍາກັນ ສ່ວນຫລາຍ ຣົດຕໍາກັນ ແຖວນອກ ຂອງເມືອງ ນ້ອຍນຶ່ງ ເມືອງ ແບບວ່າ ບ້ານໃກ້ຄຽງກັນ ວ່າຊັ້ນ ນະ.”

ເຖິງຢ່າງໃດກໍຕາມ, ໜ່ວຍກູ້ພັຍນະຄອນຫຼວງວຽຈັນ ຣາຍງານເບື້ອງຕົ້ນວ່າ ມີຜູ້ເສັຽຊີວິດ ຈາກອຸບັດຕິເຫດ ໃນຍາມບຸນປີໃໝ່ 6 ຄົນ ໃນຂະນະທີ່ ຈໍານວນຄົນເຈັບ ແບບບໍ່ເປັນທາງການນັ້ນ ມີຫຼາຍກວ່າ 300 ຄົນ ສາເຫດຫລັກ ກໍຄື ເກີດຈາກ ເມົາແລ້ວຂັບ ແລະ ຂີ່ຣົດຈັກ ລົ້ມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org