ຄົບຮອບ 10 ປີ ໃນການກະຈາຍສຽງ: ວິທຍຸ ເອເຊັຽ ເສຣີ

ວິທຍຸ ເອເຊັຽ ເສຣີ, ຜແນກພາສາລາວ ໃຫ້ຂໍ້ມູນ ແລະ ມີຜົລປໂຍດຫຍັງແດ່ ແກ່ຜູ້ຟັງ ໃນການກະຈາຍສຽງ ຕລອດ 10 ປີ ຜ່ານມານີ້.

ຊູຊານ ເລເວີຣີ (ອໍານວຍການ ຝ່າຍເອເຊັຽອາເວັນອອກສ່ຽງໃຕ້), ແດນ ຊາວເທີແລນ (ຮອງປະທານ ວິທຍຸເອເຊັຽເສຣີ), ວຽງໄຊ ຫລວງໂຄດ (ອໍານວຍການ ຜແນກ ພາສາລາວ), ທ້າວໝໍ້ ບຸນນາກ (ຮອງ ຜູ້ອໍານວຍການ ຜແນກພາສາລາວ)

ວິທຍຸເອເຊັຽເສຣີ ຖືກສ້າງຕັ້ງຂຶ້ນ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ ໃນປີ 1996 ດ້ວຍທຶນ ຂອງຣັຖບານ ສະຫະຣັຖ. ວິທຍຸເອເຊັຽເສຣີ ເປັນອົງການຈັດຕັ້ງເອກຊົນ ບໍ່ຫວັງຜົລກຳໄລ ມີໜ້າທີ່ ສເນີຂ່າວ ຕໍ່ຜູ້ຟັງ ໃນປະເທດຕ່າງໆ ຢູ່ເອເຊັຽ, ຊຶ່ງບໍ່ມີທາງ ທີ່ຈະໄດ້ຮັບຂ່າວຄາວ ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນການໄດ້.

ໃນ​ຖານະ​ ເປັນ​ອົງການ​ຈັດ​ຕັ້ງ ​ຕົວ​ແທນ​ອອກ​ຂ່າວ, ວິທຍຸ​ເອ​ເຊັຽ​ເສຣີ ມີ​ຄວາມ​ມຸ້ງ​ໝາຍ ກະຈາຍ​ຂ່າວ ​ແລະ ​ອອກ​ຂ່າວ​ສົດ ​ໄປ​ຍັງ​ ແຕ່ລະ​ປະ​​ເທດ ທີ່​ເປັນ​ເປົ້າໝາຍ ຄື: ຈີນ, ທິ​ເບ​ດ, ພະ​ມ້າ, ກັມ​ພູ​ຊາ, ​ເກົາຫຼີ​ເໜືອ, ລາວ ​ແລະ ​ວຽດນາມ.

​ເບິ່ງລວມ​ແລ້ວ ​ເຫັນ​ວ່າ ການ​ອອກ​ຂ່າວ​ ກະຈາຍສຽງສາກົລ ​ຈາກ​ສະຫະຣັຖ ອາເມຣິກາ ​ເປັ​ນການ​ອອກຂ່າວ ທີ່​ມີ​ລັກສະນະ ​​ເປັນ​ຕົວ​ແທນ ຫຼື ເປັນ​ສຽງ ​ຂອງ​ບັນດາ​ປະ​ເທດ ທີ່​ມີ​ການຈຳ​ກັດ, ຮັດ​​ແຄບ ​ສິທ ​ເສຣີພາບ​ ຂອງ​ສື່​ມວນ​ຊົນ, ​ເປັນ​ຕົວ​ແທນ​ ກະຈາຍ​ຂ່າວ ​ທີ່​ບໍ່​ແມ່ນ​ ການ​ໂຄສະນາ​ຊວນ​ເຊື່ອ ​ໃຫ້​ມີ​ການ​ເຄື່ອນ​ໄຫວ ​ຈັບ​ອາວຸດ​ຕໍ່ສູ້​ ຕ້ານ​ການ​ບໍຣິຫາ​ນ ປະ​​ເທດ​ ດ້ວຍ​ລະບົບ ​ທີ່​ຫ້ຽມ​ໂຫດ. 

​ແຕ່​ການ​ອອກ​ຂ່າວ ​ແບບ​ເປັນ​ຕົວ​ແທນ​ນັ້ນ, ກໍ​ມີ​ຜົລ​ປ​ໂຍດ, ດັ່ງ​ການ​ອອກ​ຂ່າວ​ ຂອງ​ວິທຍຸ ຢູໂຣບ​ເສຣີ ກໍ​ມີ​ບົດບາດ ​ໃນ​ການ​ປະກອບສ່ວນ​ ເຂົ້າ​ໃນ​ການ​ຈູ​ດຂະ​ນວນ ​ການ​ປະຕິວັດ​ ຢູ່​ປະ​ເທດ​ຮັງກາຣີ ປີ 1956 ​ແລະ ​ຢູ່ ​ເຊັກ​ໂກສະ​ໂລ​ວັກ​ກີ ​ໃນ​ປີ 1968 ​ແລະ ​ໃນການ​ປ່ຽນ​ແປງ ສະພາບການ​ຢູ່​ໂປ​ແລນ, ຢູ່​ບັນດາ​ປະ​ເທດ​ ຢູ​ໂຣບຕາ​ເວັນ​ອອກ ​ແລະ ​ສະຫະພາບ​ໂຊ​ວຽດ ​ໃນ​ຊຸມ​ປີ 1970 ​ແລະ​ຊຸມ​ປີ 1980. ​ແຕ່​ກໍ​ຍັງ​ມີ​ຊາວ​ອົພຍົບ ຈຳນວນ​ຫຼວງຫຼາຍ ທີ່​ເຄື່ອນ​ໄຫວ ​ວຽກ​ງານ​ການ​ເມືອງ ຍັງ​ເຫັນ​ວ່າ ການ​ເປັນຕົວ​ແທນ​ອອກ​ຂ່າວ ​ແບບ​ນັ້ນ ຍັງ​ບໍ່​ເປັນ​ທີ່​ພໍ​ໃຈ​ຢູ່.

ທັມມະ​ດາ​ແລ້ວ ການ​ກະຈາຍ​ຂ່າວ ຕ້ອງ​ຢຶດໝັ້ນ​ ຢູ່​ໃນ​ຂອບ​ ຂອງ​ຄວາມ​ມີ​ອິສຣະພາບ ຄື​ກັນ​ກັບ ​ກິ​ຈການ​ ຂອງ​ໜັງສືພິມ​ນຶ່ງ​ໆ ທີ່​ອອກຂ່າວ​​ໄປ ​ແລ້ວ​ໃຫ້ປະຊາຊົນ​ ເປັນ​ຜູ້​ຕັດສິນ​ ເອົາ​ເອງ​ວ່າ ຂ່າວ​ນັ້ນ ຫຼື ​ບັນຫາ​ນັ້ນ ​ແມ່ນຢຳ ແລະ ​ຖືກຕ້ອງ​ພຽງ​ໃດ.

​ແລະ​ ມັນກໍເປັນ​ກົດ​ເກນ ​ທີ່​ວ່າ ສຳລັບ​ສັງຄົມ ​ທີ່​ມີ​ການ​ອອກ​ຂ່າວ ແບບ​ເສຣີ​ແລ້ວ ກໍ​ບໍ່​ມີ​ຄວາມຈຳ​ເປັນ​ ທີ່​ຈະ​ອອກຂ່າວ ກະຈາຍສຽງ​ ແບບ​ເປັນ​ຕົວ​ແທນ ​ອັນ​ນີ້.

ວິທຍຸ​ເອ​ເຊັຽ​ເສຣີ​ ຢຶດໝັ້ນ​ ຢູ່​ໃນ​ມາ​ຕຖານ​ ຂ​ອງຄວາມ​ເປັນ​ຈິງ, ​ແມ່ນຢຳ ​ແລະ​ ຍຸຕິ​ທັມ​ ໃນ​ການ​ອອກ​ຂ່າວ. ດັ່ງ​ນັ້ນ ວິທຍຸ​ເອ​ເຊັຽ​ເສຣີ ຈຶ່ງ​ຮັກສາ​ເປົ້າ​ໝາຍ ​ຂອງ​ຕົນ​ໄດ້ ຄື ​ຄວາມ​ໄວ້​ວາງ​​ໃຈ ແລະ ​ຄວາມ​ເຊື່ອ​ຖື​ ຂອງຜູ້​ຟັງ​ ໃຫ້​ຫລາຍ​ທີ່​ສຸດ.

ການວາງ​ຕົນ​ແບບ​ນີ້ ອາດ​ແຕກ​ຕ່າງ​ ກັບ​ອົງການ​ຂ່າວ​ອື່ນໆ ທີ່​ອາດ​ມີ ​ການ​ປະຕິບັດ ປະ​ເພນີ​ການ​ຂ່າວ​ ເປັນຂອງ​ຕົນ​ເອງ.

ອັນ​ສຳຄັນ​ທີ່​ສຸດ ​ສຳລັບ ​ວິທຍຸ​ເອ​ເຊັຽ​ເສຣີ ກໍ​ຄື ​ບໍ່​ເປັນ​ກະບອກ​ສຽງ​ ໂຄສນາ​ ນະ​ໂຍບາຍ ຂອງ​ສະຫະຣັຖ ຫຼື ​ກຸ່ມ​ຈັດ​ຕັ້ງ ​ການ​ເມືອງ ​ອັນ​ໃດ​ອັນ​ນຶ່ງ ວິທຍຸ​ເອ​ເຊັຽ​ເສຣີ ສນອງ​ຂ່າວສານ ​ທີ່ມີ​ມູນຄວາມ​ຈິງ ຊຶ່ງຖືກ​ຫ້າມ​ເປີດ​ເຜີຍ ​ໃນ​ສັງຄົມ​ ທີ່​ມີ​ການ​ຈຳກັດ​ຮັດ​ແຄບ ການ​ອອກ​ຂ່າວ ​ຂອງສື່​ມວນ​ຊົນ. ວິທຍຸ​ເອ​ເຊັຽ​ເສຣີ ບໍ່​ສາ​ມາດ ​ເປັນສຖາ​ນີ ວິທຍຸ​ ທີ່​ວາງ​ຫຼັກ​ການ​ ແບບ​ຄຳ​ພີ​ຕາຍ​ໂຕ ທີ່​ບໍ່​ມີ​ຂໍ້​ພິສູດ​ ຄື​ກັນກັບ ​ວິທຍຸ​ແຫ່ງຣັຖ ອາ​ດີດ​ ສະຫະພາບ​ໂຊ​ວຽດ.

ອັນ​ນັ້ນ ໝາຍ​ຄວາມ​ວ່າ ​ໃນ​ປະ​ເທດ​ ທີ່​ມີ​ອິສຣະພາບ​ ທາງ​ສື່​ມວນ​ຊົນ ຣັຖບານ​ ຈະ​ບໍ່​ຄວບ​ຄຸມ ​ການ​ອອກ​ຂ່າວ. ​ແຕ່​ກົງກັນຂ້າມ​ ໃນ​ປະ​ເທດ ​ທີ່​ໃຊ້​ລະບອບ​ການ​ປົກຄອງ ​ແບບ​ຜະ​ເດັດ​ການ ຈະ​ໃຊ້ ​ວິທຍຸ ​ແລະ ​ລະບົບ ສື່​ມວນ​ຊົນ​ອື່ນໆ ​ເປັນ​ເຄື່ອງມື ​ໂຄສະນາ​ຊວນ​ເຊື່ອ ຂອງ​ພັກ​ ແລະ ຣັຖ ​ເພື່ອຈຳກັດ​ ທຸກ​ປະກົດ​ການ ​ທີ່​ຫຍໍ້​ທໍ້ ​ທາງ​ແນວ​ຄິດ ​ແລະ ​ວັທນະ​ທັມ ດັ່ງ​ທີ່​ໄດ້ ​ກຳນົດ​ໄວ້ ​ຢູ່​ໃນມາດຕຣາ 19 ຂອງຣັຖທັມມະ​ນູນ ສາທາຣະນະຣັຖ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ.

​ແລະ ຈະ​ເຫັນ​ແຈ້ງ​ ຕື່ມ​ອີກ​ ຢູ່​ໃນ​ມະຕິ 7, ມະຕິ 8  ຂອງ​ພັກ​ປະຊາຊົນ ປະຕິວັດ​​ລາ​ວ ທີ່​ວ່າ ຂ​ແນ​ງຖ​ແລງ​ຂ່າວ ແລະ ​ສື່​ມວນ​ຊົນ​ ຕ້ອງ​ຢຶດໝັ້ນ ​ໃນ​ທັສນະ​ ຂອງ​ພັກ, ​ເປັນ​ເຄື່ອງມື ​ອັນ​ແຫຼມ​ຄົມ ທາງ​ດ້ານການ​ເມືອງ-ແນວ​ຄິດ, ທັງ​ເປັນ ​ນັກ​ໂຄສະນາ, ນັກ​ຂົນຂວາຍ​ ແລະ ​ເປັນ​ນັກ​ຈັດ​ຕັ້ງ​ລວມໝູ່. ເພື່ອ​ເຮັດ​ໃຫ້ ​ທົ່ວ​ສັງຄົມ ​ມີ​ມານະ​ຈິດ ​ແລະ ​ອຸດົມ​ຄະຕິ​ລວ​ມ ອັນ​ດຽວ​ກັນ ພາຍ​ໃຕ້ ​ການ​ເປັນ​ແກນ​ນຳ ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ  ພັກ​ເລັ່ງ​ທວງ​ໃຫ້​ຖັນ​ແຖວ ​ພະນັກງານ ​ມີ​ທາດ​ແທ້ ຫຼັກໝັ້ນ ​ອັນໜັກ​ແໜ້ນ​ ມີ​ສະຕິ​ ຕໍ່ການຈັດ​ຕັ້ງ ​ແລະ ​ລະບຽບ​ວິນັຍ, ​ແລະ​ມີ​ຄວາມ​ຈົ່ງ​ຮັກ​ພັກດີ ຢ່າງ​ເດັດຂາດ ​ຕໍ່​ພາຣະກິດ ​ຂ​ອງພັກ​ຢ່າງ​ດຽວ.

​ເບີ່​ງລວມ​ແລ້ວ, ບໍ່​ວ່າ​ ຂ​ແນ​ງການ​ໃດ ​ທີ່​ມີ​ຢູ່ ​ໃນ​ສັງຄົມ​ລາວ ​ປັດຈຸ​ບັນ​ ກໍ​ລ້ວນ​ແລ້ວ​ແຕ່ ​ເຄື່ອນ​ໄຫວ​ ​ເພື່ອ​ສິດ​ ແລະ ​ຜົລ​ປ​ໂຍດ ​ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ຜູ້​ຜູ​ກຂາດ​ອຳນາ​ຈ ທັ້ງນັ້ນ. ​ແຕ່​ວິທຍຸ​ເອ​ເຊັຽ​ເສຣີ ອອກ​ຂ່າວ​ຄາວ​ຕ່າງໆ ທັງ​ກ່ຽວ​ກັບ ​ລາວ ​ແລະ ​ກ່ຽວ​ກັບ ​ຕ່າງປະ​ເທດ​ ໂດຍ ສະ​ເພາະ ບັນດາ​ປະ​ເທດ ​ໃນ​ຂົງ​ເຂດ​ເອ​ເຊັຽ ກໍ​ເພື່ອປະກອບ​ສ່ວນ​ ເຂົ້າ​​ໃນ​ການ​ຊຸກ​ຍູ້​ ໃຫ້​ປ​ະ​ເທດ​ລາວ ມີ​ເອກ​ຣາດ ຢ່າງ​ແທ້​ຈິງ ​ໃຫ້ປະຊາ​ຊົນ​ລາວ ມີ​ສິທ​ເສຣີພາບ ປະຊາທິປະ​ໄຕ.

​ໃນ​ການ​ກະ​ຈາ​ຍສຽງ, ວິທຍຸ​ເອ​ເຊັຽເສຣີ ພາກ​ພາສາ​ລາວ ມີ​ຣາຍການ​ຂ່າວ ​ແລະ ​ສາຣະຄດີ. ສຳລັບ​ຂ່າວ ​ກໍ​ມີ​ຂ່າວ​ລາວ ​ເປັນ​ຕົ້ນຕໍ​ ແລະ​ ຂ່າວ​ຕ່າງປະ​ເທດ ທີ່​ເຫັນ​ວ່າ ​ຈະ​ມີ​ຜົລ​ປ​ໂຍດ ​ແລະ ​ນຳ​ຄວາມ​ຮູ້​ມາສູ່​ປະຊາຊົນ​ລາວ.

ສ່ວນ​ສາຣະຄະດີ, ​ກໍ​ມີ​ ສາຣຄະດີ ປະຈຳ​ສັປດາ ​ແລະ ​ສາຣະຄະດີ ​ທົ່ວໆ ໄປ. ມີ​ຣາຍການ ​ຕອບ​ຈົດໝາຍ ທີ່​ເປີດ​ໂອກາດ​ ໃຫ້​ຜູ້​ຟັງ​ ສົ່ງ​ຄວາມ​ຕິ​ຊົມ​ ກ່ຽວກັບ ​ຣາຍການ​ຂ່າວ​ ແລະ​ ໃນ​ຂນະ​ດຽວ​ກັນ ກໍ​ອອກ​ຄວາມ​ຄິດ​ຄວາມ​ເຫັນ ​ສ່ວນ​ຕົວ​ ກ່ຽວ​ກັບ ​ບັນຫາ​ຕ່າງໆ ທີ່​ວິທຍຸ​ເອ​ເຊັຽ​ເສຣີ ​ໄດ້​ສ​ເນີ​ໄປ. ພ້ອມ​ກັນ​ນັ້ນ ກໍ​ມີ ​ຣາຍການ​ການ​ສຶກສາລາ​ວ, ວິທຍາ​ສາດ​ການ​ແພດ, ການບັນ​ເທີ​ງ, ໝໍ​ລຳ ມີ​ຣາຍການ ​ສ​ເນີ​ຊີວະ​ປວັດ ​ທີ່​ເປັນ​ໜ້າ​ສົນ​​ໃຈ, ​ແລະ ​ມີ​ສາຣະຄດີ​ ກ່ຽວ​ກັບ ​ລາວ ທີ່​ຫາ​ຟັງ​ໄດ້​ຍາກ ​ເປັນ​ຕົ້ນ​ ປວັດ​ສາຕ​ລາວ, ພາສາ​ລາວ, ນິທານ​ພື້ນ​ເມືອງ​ລາວ.

ສຳລັບ​ ສາຣະຄະດີ​ ທົ່ວໆໄປ, ກໍ​ມີ​ບົດ​ວິ​ເຄາະ, ບົດ​ວິຈານ ​ແລະ​ ຣາຍການ​ອື່ນໆ ທີ່​ມີ​ຜົລ​ປ​ໂຍດ. ດັ່ງ​ນັ້ນ ການ​ອອກ​ຂ່າວ ບໍ່​ວ່າ ​ຈະ​ພົວພັນ​ເຖິງ ​ບັນຫາ​ການ​ເມືອງ, ​ເສ​ຖກິດ-​ສັງຄົມ ລ້ວນ​ແລ້ວ​ແຕ່​ ເປັນ​ຂ່າວ​ ທີ່​ມີ​ຄວາມ​ຈິງ, ຂ່າວທີ່​ເກີດ​ຂຶ້ນ​ແທ້. ສ່ວນວ່າ ​ຈະ​ຕີລາຄາ​ຂ່າວ ​ໄປ​ໃນ​ທິດ​ທາງ​ໃດ​ນັ້ນ, ​ກໍ​ຂຶ້ນ​ກັບ​ ການ​ຊັ່ງ​ຊາ ​ຂອງ​ຜູ້​ຟັງ​ ແ​ຕ່ລະ​ຄົນ.

​ແຕ່​ຕລອດ​ໄລຍະ 10 ປີ ທີ່​ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນ​ກພາສາລາ​ວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້ ພວກ​ເຮົາ​ເຫັນ​ວ່າ ຂ່າວ​ຕ່າງໆ ​ທີ່​ຖືກ​ກະຈາຍ​ອອກ​ໄປ​ນັ້ນ ​ໄດ້​ຖືກ​ຂານ​ຕອບ​ ດ້ວຍ​ຄວາມ​ນິຍົມ​ ເປັນ​ຢ່າງ​ດີ ​ຈາກ​ຜູ້​ຟັງ ​ແລະ ​ປະຊາຊົນ​ລາວ​ ທັງ​ຢູ່​ພາຍ​ໃນ​ລາວ​ ແລະ​ ຢູ່​ຕ່າງປະ​ເທດ ​ເພີ່ມ​ຫລາຍຂຶ້ນ.

​ແລະ ​ສັງ​ເກດ​ເຫັນ​ວ່າ ​ໃນ​ໄລຍະຫຼັງໆ​ ມາ​ນີ້ ເວັບ​ໄຊ​ທ໌ (web site) ຂອງ​ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນ​ກພາສາ​ລາວ ​ກໍ​ໄດ້​ຮັບຄວາ​ມນິຍົມ​ ເພີ່ມ​ຂຶ້ນ​ເລື້ອຍໆ, ​ແລະ​ ຫວັງ​​ສ​ເມີ​ວ່າ ບັນດາ​ທ່ານ​ ທີ່​ຮັກ​ແພງ ​ທັງຫລາຍ ຈະ​ຂຍາຍ ການ​ຮັບ​ຟັງ​ຂ່າວ​ ຈາກ​ວິທຍຸ​ເອ​ເຊັຽ​ເສຣີ ພວກ​ເຮົາ​ຕໍ່​ໆໄປ ​ແລະ​ ພ້ອມ​ກັນ​ນັ້ນ ກໍ​ຫວັງ​ວ່າ ​ຈະ​ໄດ້​ຮັບ​ຄຳ​ຕິ​ຊົມ ດ້ວຍ​ຄວາມ​ປາຖນາ​ດີ​ ຈາກ​ບັນດາທ່າ​ນ ນຳ​ດ້ວຍ.

​ເຖິງ​ຢ່າງ​ໃດ ກໍ​ຕາມ, ​ວິທຍຸເອ​ຊັຽ​ເສ​ພວກ​ເຮົາ​ ກໍພະຍາຍາມ​ປັບປຸງລາຍການ​ຂ່າວ​ຢູ່​ສ​ເມີ ​ເພື່ອ​ຕອບ​ສນອງ​ ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ຜູ້​ຟັງ ​ແລະ ​ປະຊາຊົນ​ລາວ​ຕໍ່ໆ​ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org