ປວັຕສາຕລາວ ຕອນ 3
ຂຸນບູຮົມ ຣາຊາທິຣາຊ ກັບ ຄວາມເປັນຊາຕ ຂອງລາວ ກາຣເກິດຂື້ນ ຂອງຊົນຊາຕ ອ້າຍລາວ ແລະ ກາຣດໍາຣົງຢູ່ ຂອງຊາຕລາວ ທີ່ຈະຍືນຍົງ ຢູ່ຕໍ່ໄປ ໄດ້ດົນປານ ໃດນັ້ນ ຂື້ນຢູ່ກັບ ກາຣເສັຍສລະ ຂອງຊົນໃນຊາຕ ລາວເອງ. ບໍ່ແມ່ນຍ້ອນ ປັຈຈັຍ ຢ່າງອື່ນ. ຕົວຢ່າງ ຊົນຊາຕຍິວ, ກາຣເປັນຍິວ ຢູ່ໄດ້ ບໍ່ແມ່ນຍ້ອນ ຍິວ ມີປະເທສ ມີດິນແດນ ອັນອຸດົມ ສົມບູນ ແຕ່ຢ່າງໃດ ແຕ່ຍ້ອນ ກາຣເສັຍສລະ ຂອງຄົນໃນຊາຕ ຊື່ງປວັຕສາຕ ໄດ້ບັນທຶກໄວ້ ແລະ ເຮັດໃຫ້ຄົນ ຮຸ່ນຫລັງ ມີກໍາລັງໃຈ.
-
ວຽງໄຊ
2010-12-22 -
-
-