ປວັດສາຕລາວ ຕອນທີ 26
ພະມ້າ ຍົກທັພ ເຂົ້າຕີວຽງຈັນທນ໌ ຄັ້ງທີ່ 1 ເມື່ອອິມເມ ແມ່ທັພພະມ້າ ຍົກທັພ ເຂົ້າມາເຖີງ ນະຄອນ ຊຽງໃໝ່ ບໍ່ເຫັນແສນນ້ອຍ ກັບພຣະຍາ ສາມລ້ານ ຈຶ່ງໄດ້ຍົກທັພ ຕິດຕາມ ລົງມາ ເມືອງລ້ານຊ້າງ ແລະ ຍົກທັພ ເຂົ້າບຸກໂຈມຕີ ນະຄອນ ວຽງຈັນທນ໌.
-
ວຽງໄຊ
2012-09-24 -
-
-
ຝ່າຍພຣະເຈົ້າ ໄຊຍະເຊຕຖາທິຣາຊ ຊາບຂ່າວວ່າ ພະມ້າ ຍົກທັພ ເຂົ້າຕີ ພຣະນະຄອນ ກໍຟ້າວເລີກທັພ ກັບຄືນມາ ແຕ່ໃນເວລານັ້ນ ພວກທະຫາຣ ພະມ້າ ກໍເຂົ້າເມືອງ ໄດ້ແລ້ວ ແລະ ໄດ້ຈັບເອົາ ເຈົ້ານາງຄຳໄຂ ເຈົ້ານາງແທ່ນຄຳ ພຣະຍານະຄອນ ພ້ອມທັງ ພຣະມະຫາ ອຸປຣາຊ ໜີໄປ ເມືອງພະມ້າ.