ປວັຕສາຕລາວ ຕອນ 10

ກາຣນໍາເອົາ ພຸທສາສນາ ລັທທິລັງກາວົງສ໌ ນິກາຍເຖຣະວາທ ມາຍັງ ປະເທສລາວ. ຊົນຊາຕອ້າຍລາວ ມີປວັຕກາຣ ນັບຖື ພຸທສາສນາ ມາແຕ່ ສມັຍ ຂຸນລີເມົາ ເຈົ້ານະຄອນ ງາຍລາວ ເມື່ອປີຄຣິສຕະສັກຣາຊ 69 ພ.ສ. 612. ພຸທສາສນາ ທີ່ຊົນຊາຕ ອ້າຍລາວ ນັບຖື ໃນເວລານັ້ນ ແມ່ນພຸທສາສນາ ນິກາຍ ມະຫາຍານ ຊື່ງເປັນ ນິກາຍນຶ່ງ ຄູ່ກັບ ນິກາຍ ເຖຣະວາທ ທີ່ຝ່າຍມະຫາຍານ ຂນານນາມ ໃຫ້ວ່າ ນິກາຍຫິນະຍານ ຫຣື ຍານນ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org