ບ້ານລາວໃນປະເທດໄທ ຕອນ 8

ນອກຈາກ ຈະຖືກ ຈໍາກັດສິທ ໃນການນັບຖື ສາສນາ ແລ້ວ ຄົນລາວ ໃນສະໄໝ ກຣຸງສີອະຍຸທຍາ ຍັງຈະຕ້ອງ ມີການເຂົ້າເດືອນ ຫຼືເຂົ້າເວນ ຮັບໃຊ້ ທາງ ຣາຊການ ທະຫານອີກດ້ວຍ ໂດຍຄົນລາວ ໃນ ກຣຸງສີອະຍຸທຍາ ຈະຕ້ອງເຂົ້າເດືອນ ຮັບໃຊ້ ຣາຊການ. ປີນຶ່ງໆ ເປັນເວລາເຖິງ 6 ເດືອນ ແລະ ມີການຕັ້ງ ກອງທະຫານລາວ ຕ່າງຫາກ ກອງທະຫານ ນີ້ຮ້ອງວ່າ “ກອງທະຫານມ້າ ຮັກສາພຣະອົງ” ຫຼື ກອງທະຫານ ທີ່ມີໜ້າທີ່ ຮັກສາ ພຣະເຈົ້າ ແຜ່ນດິນ ຄືພຣະນາຣາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org