ບ້ານລາວໃນປະເທດໄທ ຕອນ 7
ໃນໄລຍະ ທໍາອິດ ຄົນລາວ ໄດ້ພາກັນ ຕັ້ງຫຼັກແຫຼ່ງ ຢູ່ບໍຣິເວນ ຮອບອ້ອມ ກຣຸງສີອຍຸທຍາ ແລະ ຕັ້ງເປັນບ້ານ ປຸກເຮືອນ ເປັນຕູບນ້ອຍໆ ຢູ່ພື້ນທີ່ດິນ ທີ່ທາງຣາຊການ ແບ່ງໃຫ້ ເພື່ອໃຫ້ຄົນລາວ ໄດ້ເຮັດຢູ່ຫາກິນ. ເມື່ອພໍມີ ລາຍໄດ້ຂຶ້ນມາ ທາງຣາຊການ ກໍຈະເກັບເອົາ ພາສີອາກອນ ນຳຄົນລາວ. ດັ່ງນັ້ນ ຍິ່ງຄົນລາວ ມີການເຮັດຢູ່ ທໍາກິນ ຫຼາຍເທົ່າໃດ ກໍເທົ່າກັບວ່າ ລາຍໄດ້ຂອງ ຣາຊການ ກໍເພີ່ມຕື່ມຂຶ້ນ ຊັກໄຊ້ ຈະເຫັນໄດ້ວ່າ ຍາມໃດກໍຕາມ ທີ່ຄົນລາວ ໄດ້ບຸກເບີກດິນ ເພື່ອເປັນບ່ອນ ຫາກິນແຫ່ງໃໝ່ ພຣະເຈົ້າແຜ່ນດິນ ກໍຈະ ພຣະຣາຊທານ ຫຼືໃຫ້ ພາຫານະ ຫຼື ງົວຄວາຍ ໃຫ້ແດ່ຄົນລາວ.